OPEC ໃຫ້ບຸ​ລິ​ມະ​ສິດ​ຮັກ​ສາ​ຂໍ້​ຕົກ​ລົງ​ກັບ​ຜູ້​ຜະ​ລິ​ດ​ຮ່ວມ​ສຳ​ພັນ

(VOVWORLD) -ທ່ານ Haitham Al – Ghais ເລຂາທິການໃຫຍ່ຄົນຕໍ່ໄປຂອງອົງການບັນດາປະເທດຜະລິດນ້ຳມັນບໍ່ (OPEC) ໄດ້ຖະແຫຼງວ່າ ບຸລິມະສິດຕົ້ນຕໍຂອງທ່ານແມ່ນ ຮັກສາຂໍ້ຕົກລົງລະຫວ່າງອົງການນ້ຳມັນບໍ່ນີ້ ກັບ ລັດເຊຍ ແລະ ຜູ້ຜະລິດນ້ຳມັນຮ່ວມສຳພັນທະມິດອື່ນໆ.
OPEC ໃຫ້ບຸ​ລິ​ມະ​ສິດ​ຮັກ​ສາ​ຂໍ້​ຕົກ​ລົງ​ກັບ​ຜູ້​ຜະ​ລິ​ດ​ຮ່ວມ​ສຳ​ພັນ - ảnh 1 ທ່ານ Haitham Al – Ghais ເລຂາທິການໃຫຍ່ຄົນຕໍ່ໄປຂອງອົງການ OPEC (ພາບ: AFP/TTXVN)

  ວັນທີ 03 ມັງກອນ, ທ່ານ Haitham Al – Ghais ເລຂາທິການໃຫຍ່ຄົນຕໍ່ໄປຂອງອົງການບັນດາປະເທດຜະລິດນ້ຳມັນບໍ່ (OPEC) ໄດ້ຖະແຫຼງວ່າ ບຸລິມະສິດຕົ້ນຕໍຂອງທ່ານແມ່ນ ຮັກສາຂໍ້ຕົກລົງລະຫວ່າງອົງການນ້ຳມັນບໍ່ນີ້ ກັບ ລັດເຊຍ ແລະ ຜູ້ຜະລິດນ້ຳມັນຮ່ວມສຳພັນທະມິດອື່ນໆ. ຕອບສຳພາດພາຍຫຼັງໄດ້ຮັບການແຕ່ງຕັ້ງໃຫ້ເປັນເລຂາທິການໃຫຍ່ OPEC ນັບແຕ່ວັນທີ 1 ສິງຫາ 2022, ທ່ານ Al – Ghais ຢັ້ງຢືນວ່າ ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງທ່ານແມ່ນໜູນຊ່ວຍໃຫ້ສືບຕໍ່ຮັກສາຖະແຫຼງການຮ່ວມມືລະຫ່າງ OPEC ແລະ ບັນດາຄູ່ຮ່ວມມືນ້ຳມັນອື່ນ (ກຸ່ມ OPEC+). ທ່ານ Al – Ghais ຖືວ່າ ສິ່ງດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງໝົດ 23 ປະເທດ ທີ່ເຂົ້າຮ່ວມການລົງນາມໃນຂໍ້ຕົກລົງເວົ້າສະເພາະກໍຄືທົ່ວຂະແໜງອຸດສາຫະກຳນ້ຳມັນບໍ່ເວົ້າລວມ.

        ກ່ອນໜ້ານັ້ນ, OPEC ໄດ້ຕັດສິນໃຈແຕ່ງຕັ້ງທ່ານ Al – Ghais ເປັນເລຂາທິການໃຫຍ່ຄົນໃໝ່ ໃນໄລຍະ 3 ປີ. ທ່ານ Al – Ghais ຈະແທນໃຫ້ທ່ານ Mohammed Barkindo ຊາວ ນີເຊຣີ, ເຊິ່ງຄາດວ່າຈະສິ້ນສຸດອາຍຸການຂອງຕົນໃນທ້າຍເດືອນກໍລະກົດຈະມາເຖິງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ