OPECເຫັນດີຫລຸດຜ່ອນປະລິມານນ້ຳມັນບໍ່ເປັນຄັ້ງທຳອິດພາຍຫລັງ8ປີ

OPECເຫັນດີຫລຸດຜ່ອນປະລິມານນ້ຳມັນບໍ່ເປັນຄັ້ງທຳອິດພາຍຫລັງ8ປີ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຂອງ OPEC ຢູ່ ວຽນ​ໃນ​ວັນ​ທີ 30/11
ພາບ: EPA/ TTXVN


(vovworld)-  ​ ​ວັນ​ທີ 30/11 ຢູ່ ນະ​ຄອນວຽນ​ ປະ​ເທດ ອົດ​ສະ​ຕາ​ລິດ, OPEC ໄດ້​ເຫັນ​ດີ​ຫລຸ​ດ​ຜ່ອນ​ປະ​ລິ​ມານ​ນ້ຳ​ມັນ​ດິບ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2008. ສຳ​ນັກ​ຂ່າວ​ Reuters ​ຂອງ ອັງ​ກິດ ເຫັນ​ດີ ຫລຸດ​ຜ່ອນ​ປະ​ລິ​ມານ​ນຳ້​ມັນ​ບໍ່ ໄດ້​ຄັດ​ແຫລ່ງ​ຂ່າວ ຈາກ OPEC ໃຫ້​ຮູ້​ວ່າ: ອົງ​ການນີ້ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ພາຍ​ຫລັງ ຊາ​ອຸ​ດີ ອາ​ຣັບ​ບີ ຖະ​ແຫລງວ່າ ພ້ອມ​ແລ້ວ​ຫລຸດ​ຜ່ອນ​ປະ​ລິ​ມານ​ນ້ຳ​ມັນ​ບໍ່ ແລະ ເຫັນ​ດີ ໃຫ້​ອີ​ຣານ ຮັກ​ສາ​ປະ​ລິ​ມານ​ນ້ຳ​ມັນ​ບໍ່ ພາຍ​ຫລັງ Tehran ບັນ​ລຸ​ລະ​ດັບ​ນ້ຳ​ມັນ​ທັດ​ທຽມ​ຄ​ື​ຈຸດ​ເວ​ລາ​ຍັງ​ບໍ່​ທັນ​ຖ​ືກ​ຂວ້ຳ​ບາດ. ປະ​ຈຸ​ບັນ OPEC ກວມກວ່າ 1/3 ປະ​ລິ​ມານ​ນ້ຳ​ມັນ​ທົ່ວ​ໂລກ ແລະ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ເບື້ອງ​ຕົ້ນ​ທີ່ກອງ​ປະ​ຊຸມ​ຢູ່ ອານ​ເຊ​ຣີ ເມື່ອ​ວັນ​ທີ 28/9, ຕາມນັ້​ນ​ແລ້ວ ປະ​ລິ​ມານ​ນ້ຳ​ມັນ​ຂອງ​ກຸ່ມນີ້ ຈະ​ຫລຸດ​ຜ່ອນ​ລົງ​ປະ​ມານ 32,5 -33 ລ້ານ​ຖັງ/ວັນ, ຈາກ​ລະ​ດັບ 33,64 ລ້ານ​ຖັງ/ວັນ​ຄື​ໃນ​ປະ​ຈຸ​ບັນ ເພື່ອ​ຟື້ນ​ຟູ​ລາ​ຄາ​ນ້ຳ​ມັນ​ທີ່ເຄີຍ​ໄດ້​ຫລຸດ​​ລົງກວ່າ​ເຄິ່ງ​ຫນຶ່ງ​ຈາກ​ລະ​ດັບ​ສູງ​ສຸດ​​ໃນໄລ​ຍະ​ກາງ​ປີ 2014.


ຕອບກັບ

ຂ່າວ/ບົດ​ອື່ນ