OPECໂຮມປະຊຸມໃນເດືອນ9ຈະມາເຖິງເພື່ອແນໃສ່ຊອກຫາວິທີຮັບປະກັນໃຫ້ຕະຫຼາດນ້ຳມັນເປັນປົກກະຕິ

OPECໂຮມປະຊຸມໃນເດືອນ9ຈະມາເຖິງເພື່ອແນໃສ່ຊອກຫາວິທີຮັບປະກັນໃຫ້ຕະຫຼາດນ້ຳມັນເປັນປົກກະຕິ - ảnh 1
(ພາບປະກອບ Reuters)

(vovworld) –  ວັນ​ທີ 8/8, ອົງການ​ບັນດາ​ປະ​ເທດ​ສົ່ງ​ອອກ​ນ້ຳມັນ (OPEC) ​ໄດ້​​ແຈ້ງ​ໃຫ້​ຮູ້​ຈະ​ໂຮມ​ປະຊຸມ​ບໍ່​ເປັນ​ທາງ​ການລະຫວ່າງບັນດາ​ປະ​ເທດ​ສະມາຊິກ​ໃນ​​ເດືອນ 9 ຈະ​ມາ​ເຖິງ ຢູ່ Algeria ​ເພື່ອ​ແນ​ໃສ​່ຊອກ​ຫາ​ວິທີ​ຮັບປະກັນ​ໃຫ້​ຕະຫຼາດ​ນ້ຳມັນ​ເປັນ​ປົກກະຕິ. ກອງ​ປະຊຸມ​ຈະ​ດຳ​ເນີນ​ໄປ​ຢູ່​ນອກ​ເວທີ​ປາ​ໄສ​ພະລັງງານ​ສາກົນ​ຢູ່ Algeria ​ແຕ່​ວັນ​ທີ 28 – 29/6. OPEC ຕີ​ລາຄາ​ການ​ຫລຸດ​ລາຄາ​ນ້ຳມັນຫວ່າງ​ມໍ່ໆ​ມາ​ນີ້ ​ແລະ ການ​ເໜັງ​ຕິງ​ຂອງ​ຕະຫຼາດ​ໃນ​ປະຈຸ​ບັນ​ພຽງ​ແຕ່ແມ່ນ​ຊົ່ວຄາວ​ເທົ່າ​ນັ້ນ ຍ້ອນ​ຜົນ​ກຳ​ໄລ​ຂອງ​ບັນດາ​ໂຮງງານ​ກັ່ນ​ນ້ຳມັນ​ຕ່ຳ ​ແລະ ສິນຄ້າ​ຄ້າງ​ສາງ​ຍັງ​ຫຼາຍ​ຢູ່, ກໍ່​ຄື​ຜົນ​ກະທົບ​ຂອງ​ເລື່ອງ ອັງກິດ ຕົກລົງ​ອອກ​ຈາກ ອີ​ຢູ. ​ການ​ເຕີບ​ໂຕ​ເສດຖະກິດ​​ຄືນ​​ໃໝ່ຢູ່​ບັນດາ​ປະ​ເທດ ​ໃຊ້​ຈ່າຍນ້ຳມັນ​ຈະ​ກະຕຸກ​ຊຸກຍູ້​ຄວາມ​ຕ້ອງການ​ນ້ຳມັນ​ບໍ່​ໃນ​ໄລຍະ​ຍັງ​ເຫຼືອ​ຂອງ​ປີ 2016 ​ໃນ​ຂະນະ​ທີ່​ແຫຼ່ງສະໜອງ​ນ້ຳມັນ​ບໍ່​ຈະ​ຫລຸດ​ລົງ ​ແລະ ຈະ​ພາ​ໄປ​ເຖິງ​ລາຄາ​ນ້ຳມັນ​ເພີ່ມ​ຂຶ້ນ.


ຂ່າວ/ບົດ​ອື່ນ