OSCEບໍ່ລົງລອຍກັນໃນບັນຫາຢູ່ແກຼນແລະຊີຣີ

 

OSCEບໍ່ລົງລອຍກັນໃນບັນຫາຢູ່ແກຼນແລະຊີຣີ - ảnh 1
ພາບ​ປະ​ກອບ:internet

(vovworld)-  ​ພາຍ​ຫລັງ​ປະ​ຊຸມມ​າ​ເປັນ​ເວ​ລາ 2 ວັນ ຢູ່ ນະ​ຄອນ Hamburg ປະ​ເທດ ເຢຍ​ລະ​ມັນ, ກອງ​ປະ​ຊຸມ​ຂັ້ນ​ສູງ​ປະ​ຈຳ​ປີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ ແລະ ການ​ຮ່ວມ​ມື ເອີ​ລົບ (OSCE) ໄດ້​ສິ້​ນ​ສຸດ ຊື່ງບໍ່​ບັນ​ລຸ​ໄດ້​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ບັນ​ຫາ ຢູ​ແກຼນ ແລະ ຊີ​ຣີ. ໃນ​ຂະ​ນະ ອາ​ເມ​ລິ​ກາ ກ່າວ​ຫາ ລັດ​ເຊຍ ສະ​ກັດ​ກັ້ນ​ເລື່ອງກອງ​ປະ​ຊຸມ​ໄດ້​ອອກ​ມະ​ຕິ​ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ ຫລື​ວິ​ກິດ​ການ​ຢູ່ ຢູ​ແກຼນ, ສ່ວນ​ຝ່າຍ​ລັດ​ເຊຍ ກ່າວ​ຫາ ອາ​ເມ​ລິ​ກາ ໄດ​້​ແກ່​ຍາວ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂ​ໍ້​ຕົກ​ລົງ​ເພື່ອ​ອະ​ນຸ​ຍາດ​ໃຫ້​ກຳ​ລັງ​ລຸກ​ຮື້​ຂຶ້ນ ຊີ​ຣີ ອອກ​ຈາກ​ນະ​ຄອນ Aleppo ຢ່າງ​ປອດ​ໄພ.  ທ່ານ Sergei Lavrov, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ໄດ້​ປະ​ຕິ​ເສດ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ໂດຍ​ກົງ​ກັບ​ບັນ​ດາ​ຜູ້​ຕາງ​ຫນ້າ​ຂອງ​ເຂດ Donbass ພາກ​ຕາ​ເວັນ​ອອກ ຢູ​ແກຼນ. 


ຕອບກັບ

ຂ່າວ/ບົດ​ອື່ນ