OSCEຮຽກຮ້ອງການຢຸດຍິງຢ່າງທັນທີຢູ່ພາກຕາເວັນອອກຢູແກຼນເພື່ອຍົກຍ້າຍປະຊາຊົນໄປສູ່ເຂດປອດໄພ

OSCEຮຽກຮ້ອງການຢຸດຍິງຢ່າງທັນທີຢູ່ພາກຕາເວັນອອກຢູແກຼນເພື່ອຍົກຍ້າຍປະຊາຊົນໄປສູ່ເຂດປອດໄພ - ảnh 1
​ຍົກ​ຍ້າຍ​ປະ​ຊາ​ຊົນ​ໄປ​ເຖິງ​ເຂດ​ປອດ​ໄພ
ພາບ:TTXVN

(vovworld)-​ວັນ​ທີ 4/2, ຜູ້​ນຳ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື​ເອີ​ລົບ (OSCE) ຢູ່ ຢູ​ແກຼ​ນ, ທ່ານ Ertugrul Apakan ຮຽກ​ຮ້ອງ​ສ້າງ​ຕັ້ງເຂດ​ມະ​ນຸດ​ສະ​ທຳ​ເພື່ອ​ຍົກ​ຍ້າຍ​ປະ​ຊາ​ຊົນ​ອອກ​ຈາກ​ເຂດ ສະ​ພາ​ວະ​ການ​ຮົບ  ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ. ຕາມ​ເຈົ້າ​ຫນ້າ​ທີ່ OSCE ແລ້ວ, ບັນ​ດາ​ຝ່າຍ​ປະ​ທະ​ກັນ​ຄວນ​ຢຸດ​ຕິ​ການ​ຍິງ​ທຳ​ລາຍ​ໃສ່ບັນ​ດາ​ເຂດຊຸມ​ຊົນ​ຢ່າງ​ທັນ​ທີ, ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ອື່ນ ເພື່ອ​​ຢຸດ​ຍິງ​ຊົ່ວ​ຄາວ ແລະ ຍົກ​ຍ້າຍ​ສາ​ມັນ​ຊ​ົນ​ອອກ​ຈາກ​ເຂດ​ສະ​ພາ​ວະ​ການ​ຮົບ. ຄະ​ນະ​ກຳ​ມະ​ການ​ຕິດ​ຕາມກວດ​ກາ​ຂອງ OSCE ພ້ອມ​ແລ້ວ ຊຸກ​ຍູ້​ການ​ປະ​ຕິ​ບັດ ແລະ ຮັກ​ສາ​ຄຳ​ສັ່ງ​ຢຸດ​ຍິງ. ທ່ານ​ເນັ້ນ​ຫນັກ​ວ່າ: ຄຳ​ສັ່ງ​ຢຸດ​ຍິງ ຄວນ​ປະ​ຕິ​ບັດ​ຢ່າງ​ທັນ​ທີ ແລະ ແກ່​ຍາວ​ຢ່າງ​ຫນ້ອຍ​ສຸດ​ໃນ​ເວ​ລາ 3 ວັນ.
ຂ່າວ/ບົດ​ອື່ນ