Palestine ຊົມເຊີຍມະຕິຂອງສະຫະປະຊາຊາດກ່ຽວກັບເຂດຕັ້ງຖີ່ນຖານຄົງທີ່ Israel

Palestine ຊົມເຊີຍມະຕິຂອງສະຫະປະຊາຊາດກ່ຽວກັບເຂດຕັ້ງຖີ່ນຖານຄົງທີ່ Israel - ảnh 1
ປະທານາທິບໍດີ Palestine Mahmoud Abbas
(ພາບ: AFP/TTXVN)

(vovworld) - ວັນ​ທີ 24/12, ບັນດາ​ການ​ນຳ Palestine ​ໄດ້​ຊົມ​ເຊີຍ​ມະຕິ​ເລກທີ 2334 ຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ​ໃນ​ນັ້ນ​ຮຽກຮ້ອງ Israel ຢຸດຕິ​ເລື່ອງ​ກໍ່ສ້າງ​ບັນດາ​ເຂດ​ຕັ້ງ​ຖີ່​ນຖານ​ຄົງ​ທີ່​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ດິນ​ແດນ​ຢືດຄອງ​ຂອງ Palestine. ​ໃນ​ສານ​ອວຍພອນ​ບຸນ ຄຼິດສະມາດ, ປະທານາທິບໍດີ Palestine Mahmoud Abbas ຖື​ຂໍ້​ຕົກລົງ​ຂອງສະຫະ​ປະຊາ​ຊາດ ​ແມ່ນ​ການ​ຕີ​ໃສ່​ນະ​ໂຍບາຍຂອງ Israel. ທ່ານ​ຍັງ​ເອີ້ນ​ນີ້​ແມ່ນ​ການ​ກ່າວ​ປະນາມ​ຢ່າງຮອບດ້ານ​ສຳລັບ​ບັນດາ​ເຂດ​ຕັ້ງ​ຖີ່​ນຖານ​ຄົງ​ທີ່​ຢ່າງ​ຜິດ​ກົດໝາຍ​ຂອງ Israel ​ໃນ​ດິນ​ແດນ​ຂອງ Palestine, ທັງ​ແມ່ນ​ການ​ສະໜັບສະໜູນ​ຂອງ​ສາກົນ​ໃນ​ການ​ສ້າງ​ຕັ້ງ​ສອງ​ລັດ Palestine ​ແລະ Israel.

ຂ່າວ/ບົດ​ອື່ນ