Panamaນາບຂູ່ຈະໂຕ້ຕອບຝຣັ່ງດ້ວຍບັນດາ“ມາດຕະການດ້ານການທູດ”ພາຍຫຼັງເຫດການເອກະສານPanama

Panamaນາບຂູ່ຈະໂຕ້ຕອບຝຣັ່ງດ້ວຍບັນດາ“ມາດຕະການດ້ານການທູດ”ພາຍຫຼັງເຫດການເອກະສານPanama - ảnh 1
ປະທານາທິບໍດີ Panama Juan Carlos Varela.
 (ພາບ: Reuters)

(vovworld) – ວັນ​ທີ 12/4, Panama ກ່າວ​ເຕືອນ​ຈະ​ມີ​ບັນດາ “ມາດ​ຕະການ​ດ້ານການ​ທູດ” ​ເພື່ອ​ແນ​ໃສ່ ຝຣັ່ງ ຖ້າ​ຫາກ ປາຣີ ບໍ່​ລົບ​ປະ​ເທດ​ນີ້​ອອກ​ຈາກ​ບັນຊີ​ລາຍ​ຊື່ບັນດາ​ປະ​ເທດຫລົບ​ຫຼີກ​ພາສີ​ພາຍຫຼັງ​ເຫດການ​ເອກະສານ Panama, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, Panama ບໍ່​ຊີ້​ແຈ້ງ​ບັນດາ​ມາດ​ຕະການ​ນີ້​ແມ່ນ​ຫຍັງ. ກ່ອນ​ໜ້າ​ນັ້ນ, ພາຍຫຼັງ​ຖະ​ແຫຼງ​ການ​ນຳ Panama ​ກັບ​ຄື​ນສູ່​ບັນຊີ​ລາຍ​ຊື່ “ບັນດາ​ປະ​ເທດ ​ແລະ​ ​ເຂດ​ແຄ້ວ​ນບໍ​່ຮ່ວມ​ມື” (ETNC), ຝຣັ່ງສືບ​ຕໍ່​ຮຽກ​ຮ້ອງ​ໃຫ້​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ສາກົນ ນຳ Panama ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ ຫຼົບ​ຫຼີກ​ພາສີ ພາຍຫຼັງ​ເຫດການ​ເອກະສານ Panama. ຝຣັ່ງ ​ໄດ້​ລົບ​​ຊື່​ຂອງ​ປະ​ເທດ ອາ​ເມ​ລິ​ກາ​ກາງ​ນີ້​ອອກ​ຈາກ​ບັນ​ຊີລາຍ​ຊື່​ນີ້​ເມື່ອ​ປີ 2012.


ຂ່າວ/ບົດ​ອື່ນ