PEGA ເປີດ​ຕົວ​ລົດ​ຈັກໄຟ​ຟ້າ​​ທີ່​ມີ​ລະ​ບົບ​ກົນ​ຈັກ​ອັດ​ສະ​ລິ​ຍະ​ລຸ້ນ​ທຳ​ອິດ​ໃນ​ໂລກ

(VOVWORLD) - ຕອນບ່າຍວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ບໍລິສັດລົດໄຟຟ້າ PEGA ຂອງ ຫວຽດນາມ ໄດ້ເປີດຕົວລົດຈັກໄຟຟ້າ PEGA eSmart AL. ນີ້ແມ່ນປະເພດລົດຈັກໄຟຟ້າ ທີ່ມີລະບົບກົນຈັກອັດສະລິຍະລຸ້ນທຳອິດໃນໂລກ.
PEGA ເປີດ​ຕົວ​ລົດ​ຈັກໄຟ​ຟ້າ​​ທີ່​ມີ​ລະ​ບົບ​ກົນ​ຈັກ​ອັດ​ສະ​ລິ​ຍະ​ລຸ້ນ​ທຳ​ອິດ​ໃນ​ໂລກ - ảnh 1ລົດໄຟຟ້າ PEGA eSmart AL 

ຕາມນັ້ນແລ້ວ, ລົດໄຟຟ້າ PEGA eSmart AL ທີ່ມີໜ້າຈໍ່ສຳຜັດອັດສະລິຍະ, ສາມາດເຊື່ອມຕໍ່ກັບອິນເຕີເນັດ. ປະເພດລົດຈັກດັ່ງກ່າວມີຜູ້ຊ່ວຍເໝືອນຈິງສັບພະຄຸນ, ສາມາດມີການສຳຜັດກັບຜູ້ຂັບລົດຄືເປັນເພື່ອນຜູ້ໜຶ່ງ, ຕັກເຕືອນເຮົາສາກໄຟ, ບອກຈຸດພິກັດ, ກ່າວເຕື່ອນສະພາບດິນຟ້າອາກາດທີ່ບໍ່ດີ, ສົ່ງຂໍ້ຄວາມ ແລະ ສາມາດໂທລົມໂດຍກົງໃນລົດ, ໂດຍບໍ່ຕ້ອງນຳໃຊ້ໂທລະສັບ. ລົດຈັກໄຟຟ້າ PEGA eSmart AL ໄດ້ປະກອບລະບົບກົນໄກທັນສະໄໝທີ່ສຸດ ດ້ວຍເຕັກໂນໂລຢີ PMSM, ເຊິ່ງເປັນເຕັກໂນໂລຢີທີ່ໄດ້ນຳໃຊ້ໃນບັນດາລົດໄຟຟ້າແຖວໜ້າໃນໂລກ.

ງອກແອັງ

ຕອບກັບ

ຂ່າວ/ບົດ​ອື່ນ