Petrolimexລາວ,ຈຸດພົ້ນເດັ່ນໃນການເຄື່ອນໄຫວລົງທຶນດຳເນີນທຸລະກິດຢູ່ລາວ

Petrolimexລາວ,ຈຸດພົ້ນເດັ່ນໃນການເຄື່ອນໄຫວລົງທຶນດຳເນີນທຸລະກິດຢູ່ລາວ - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງບໍ​ລິ​ສັດ​ ຄົບ​ຮອບ 5 ປີ

(vovworld)- ຕອນ​ຄ່ຳ ວັນ​ທີ 26/10 ຢູ່​ນະ​ຄອນຫຼວງວຽງ​ຈັນ, ປະ​ເທດລາວ, ບໍ​ລິ​ສັດ​ສະ​ມາ​ຊິກ Petrolimex ລາວ ຈຳ​ກັດ, ຫົວ​ໜ​ວ່ຍ​ສະ​ມາ​ຊິກ​ ຂອງ​ກ​ຸ່ມ​ບໍ​ລິ​ສັດນ້ຳ​ມັນ​ເຊື້ອ​ໄຟຫວຽດ​ນາມ ພວມ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ ຢູ່​ລາວ, ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງບໍ​ລິ​ສັດ​ ຄົບ​ຮອບ 5 ປີ. ເຂົ້າ​ຮ່ວມ​ພິ​ທີ ມີ​ ທ່ານ ​ຫງວຽນ​ແມັງ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ; ທ່ານ ນາງ ໂຮ່​ທິ​ກີມ​​ທ​ວາ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງອຸດ​ສາ​ຫະ​ກຳ-​ການ​ຄ້າ​ຫວຽດ​ນາມ; ທ່ານ ສົມ​ຈິດ​ອີນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ອຸດ​ສາ​ຫະ​ກຳ-ການ​ຄ້າ​ລາວ… ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ, ທ່ານ ນາງ ໂຮ່​ທິ​ກີມ​ຖາວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງອຸດ​ສາ​ຫະ​ກຳ-​ການ​ຄ້າ​ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ທີ່ Petrolimex ລາວ ບັນ​ລຸ​ໄດ້ ໃນ​ໄລ​ຍະ 5 ປີ ຜ່ານ​ມາ. ພ້ອມ​ທັງ​ສະ​ເໜີ Petrolimex ລາວ ສືບ​ຕໍ່​ລົງ​ທຶນ​ເປີດກວ້າງ​ລະ​ບົບ​ເຄືອ​ຄ່າຍ, ນຳ​ໃຊ້​ວິ​ທະ​ຍ​າ​ສາດ ເຕັກ​ໂນ​ໂລ​ຊີ​ ການ​ຄຸ້ມ​ຄອງ​ທີ່​ທັນ​ສະ​ໄໝ ​ໃຫ້ຖືກ​ຕາມ​ທິດ​ກຳ​ນົດ​ ຂອງລັດ​ຖະ​ບານ ແລະ ກຸ່ມ​ບໍ​ລິ​ສັດ ນ້ຳ​ມັນ​ເຊື້ອ​ໄຟ​ຫວຽດ​ນາມ; ຮັບ​ປະ​ກັນ​ການ​ເຄື່ອ​ນ​ໄຫວ ດຳ​ເນີນ​ທຸ​ລະ​ກິດ​ ຂອງ​ຫົວ​ໜ່ວຍ ຍາມ​ໃດ​ກໍ​່​ມີ​ຄວາມປອດ​ໄພ ກ່ຽວ​ກັບ​ທຸກ​ດ້ານ, ພັດ​ທະ​ນາ​ເທື່ອ​ລະ​ກ້າວ​ແບບ​ຍືນ​ຍົງ, ຮັບ​ປະ​ກັນ ​ຜົນ​ປະ​ໂຫຍດ​ການ​ດຳ​ເນີນ​ທຸ​ລະ​ກິດ​​​ແບບກົມ​ກຽວ ຂອງວິ​ສາ​ຫະ​ກິດ​ກັບ​ພາ​ລະ​ໜ້າ​ທີ່, ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ ໃຫ້​ແກ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ-ລາວ.


ຂ່າວ/ບົດ​ອື່ນ