Pfizer ຈະ​ສະ​ເໜີ​ໃຫ້​ອະ​ນຸ​ຍາດ​ນຳ​ໃຊ້​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ສຳ​ລັບ​ເດັກ​ບໍ່​ເຖິງ​ກະ​ສຽນ​ອາ​ຍຸ ຢູ່ ​ກາ​ນາ​ດາ

(VOVWORLD) - ໃນສອງ-ສາມອາທິດຈະມາເຖິງ Pfizer ຈະສົ່ງເອກະສານທີ່ຈຳເປັນໄປຍັງກະຊວງສາທາລະນະສຸກ ການາດາ ເພື່ອຂໍໃຫ້ເຊັນອະນຸມັດ ວັກຊິນກັນພະຍາດໂຄວິດ - 19 ທີ່ນຳໃຊ້ສຳລັບເດັກຢູ່ໃນເກນອາຍຸແຕ່ 12 – 15 ປີ.
Pfizer ຈະ​ສະ​ເໜີ​ໃຫ້​ອະ​ນຸ​ຍາດ​ນຳ​ໃຊ້​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19  ສຳ​ລັບ​ເດັກ​ບໍ່​ເຖິງ​ກະ​ສຽນ​ອາ​ຍຸ ຢູ່ ​ກາ​ນາ​ດາ - ảnh 1ບັນດາເຈົ້າໜ້າທີ່ ການາດາໃນກອງປະຊຸມກ່ຽວກັບ ໂລກລະບາດໂຄວິດ - 19 ຢູ່ Ottawa (ພາບ: AP)

  ທ່ານນາງ Christina Antoniou ໂຄສົກບໍລິສັດການຢາ Pfizer ຢືນຢັນວ່າ ຄາດວ່າ ໃນສອງ-ສາມອາທິດຈະມາເຖິງ Pfizer ຈະສົ່ງເອກະສານທີ່ຈຳເປັນໄປຍັງກະຊວງສາທາລະນະສຸກ ການາດາ ເພື່ອຂໍໃຫ້ເຊັນອະນຸມັດ ວັກຊິນກັນພະຍາດໂຄວິດ - 19 ທີ່ນຳໃຊ້ສຳລັບເດັກຢູ່ໃນເກນອາຍຸແຕ່ 12 – 15 ປີ. ຂໍ້ມູນຂ່າວດັ່ງກ່າວ ໄດ້ຍົກອອກມາໃນສະພາບການທີ່ ຢູ່ ການາດາ ຍັງບໍ່ທັນມີວັກຊິນກັນພະຍາດໂຄວິດ - 19 ປະເພດໃດທີ່ໄດ້ຮັບການຍອມຮັບໃຫ້ນຳໃຊ້ສຳລັບເດັກທີ່ມີອາຍຸຕ່ຳກວ່າ 16 ປີ.

        ກາງເດືອນທັນວາ 2020, ວັກຊິນກັນພະຍາດໂຄວິດ - 19 ໂດຍ Pfizer  ແລະ BioNTech SE ໄດ້ຮ່ວມກັນພັດທະນາ ແລະ ກາຍເປັນວັກຊິນປະເພດທຳອິດທີ່ໄດ້ຮັບອະນຸຍາດໃຫ້ຈຳໜ່າຍຢູ່ ການາດາ, ແຕ່ໄດ້ສັກໃຫ້ພຽງແຕ່ຜູ້ມີອາຍຸແຕ່ 16 ປີ ຂຶ້ນໄປເທົ່ານັ້ນ. ມາຮອດປັດຈຸບັນ, ການາດາ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 1.058.000 ກໍລະນີ, ໃນນັ້ນ ມີຫຼາຍກວ່າ 23.300 ກໍລະນີ ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ