PKK ຍອມ​ຮັບ​ວ່າ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ ຕວັກ​ກີ

(VOVWORLD) - ກຸ່ມພັກກຳມະກອນຊາວ Kurd (PKK) ຍອມຮັບວ່າ ໄດ້ດຳເນີນການບຸກໂຈມຕີສະຫຼະຊີບ ແນໃສ່ສຳນັກງານລັດຖະບານຢູ່ນະຄອນຫຼວງ  Ankara ຂອງ ຕວັກກີ ໃນວັນດຽວກັນ ເຮັດໃຫ້ຕຳຫຼວດ 2 ຄົນ ຮັບບາດເຈັບ.
PKK ຍອມ​ຮັບ​ວ່າ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ ຕວັກ​ກີ - ảnh 1ກຳລັງຮັບຜິດຊອບວຽກງານສະເພາະ ຕັວກກີດ ປິດລ້ອມບໍລິເວນໃກ້ເຂດເກີດການວາງລະເບີດ ຢູ່  Ankara, ວັນທີ 1/10/2023 (ພາບ: AFP/TTXVN)

ວັນທີ 1 ຕຸລາ, ກຸ່ມພັກກຳມະກອນຊາວ Kurd (PKK) ຍອມຮັບວ່າ ໄດ້ດຳເນີນການບຸກໂຈມຕີສະຫຼະຊີບ ແນໃສ່ສຳນັກງານລັດຖະບານຢູ່ນະຄອນຫຼວງ  Ankara ຂອງ ຕວັກກີ ໃນວັນດຽວກັນ ເຮັດໃຫ້ຕຳຫຼວດ 2 ຄົນ ຮັບບາດເຈັບ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, 2 ເປົ້າໝາຍໄດ້ປະຕິບັດການວາງລະເບີດສະຫຼະຊີບຢູ່ໜ້າປະຕູໂຂງເຂົ້າ ກົມໃຫຍ່ປ້ອງກັນຄວາມສະຫງົບ ກະຊວງພາຍໃນ ຕວັກກີ ຢູ່ນະຄອນຫຼວງ Ankara. ກະຊວງພາຍໃນ ຕວັກກີ ໄດ້ຢັ້ງຢືນວ່າ ນີ້ແມ່ນການກະທຳ “ບຸກໂຈມຕີກໍ່ການຮ້າຍ”.

ຫຼາຍປະເທດ, ໃນນັ້ນ ມີ ອາເມລິກາ, ອັງກິດ ແລະ ເຢຍລະມັນ, ພ້ອມກັບບັນດາປະເທດຢູ່ພາກພື້ນຕາເວັນອອກກາງ ແລະ ອາຟະລິກາເໜືອ ໄດ້ກ່າວປະນາມເຫດບຸກໂຈມຕີດັ່ງກ່າວ, ພ້ອມທັງສະແດງການສະໜັບສະໜູນ ແລະ ຄວາມສາມັກຄີກັບລັດຖະບານ ຕວັກກີ. ລັດຖະບານ ຕວັກກີ, ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ນຳ PKK ເຂົ້າໃນບັນຊີລາຍຊື່ບັນດາອົງການກໍ່ການຮ້າຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ