Press Green Beauty 2019: ເພື່ອສິ່ງແວດລ້ອມຂຽວ ແລະ ການກະທໍາຂອງຜູ້ທີ່ເຮັດວຽກງານການສື່ສານ

(VOVWORLD) -   ວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດໍາເນີນການຖະແຫຼງຂ່າວ ກ່ຽວກັບ ງານປະກວດນາງງາມ Press Green Beauty 2019 ດ້ວຍຫົວຂໍ້ “ເພື່ອສິ່ງແວດລ້ອມຂຽວ ແລະ ການກະທໍາຂອງຜູ້ທີ່ເຮັດວຽກງານການສື່ສານ”. ງານປະກວດດັ່ງກ່າວ ໂດຍສະຖານີສະຖານນີໂທລະພາບຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ ແລະ ສໍານັກຂ່າວສານຫວຽດນາມ ສົມທົບກັນຈັດຕັ້ງ.
Press Green Beauty 2019: ເພື່ອສິ່ງແວດລ້ອມຂຽວ ແລະ ການກະທໍາຂອງຜູ້ທີ່ເຮັດວຽກງານການສື່ສານ - ảnh 1 ບັນດາຜູ້ເຂົ້າຮ່ວມງານປະກວດ 

        Press Green Beauty 2019 ເພື່ອແນໃສ່ເຊີດຊູຄວາມງາມພາຍນອກ ກໍຄື ຄວາມງາມທາງດ້ານຈິດໃຈ ແລະ ພູມປັນຍາຂອງນັກຂ່າວ, MC, ບັນນາທິການ - ຜູ້ທີ່ພວມເຮັດວຽກຢູ່ບັນດາອົງການສື່ມວນຊົນໃນບໍລິເວນຮ່າໂນ້ຍທີ່ເປັນເພດຍິງ. ງານປະກວດບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ບັນດານັກຂ່າວເພດຍິງເສີມຂະຫຍາຍບົດບາດ, ກໍາລັງຄວາມສາມາດຂອງຕົນໃນການໂຄສະນາເຜີຍແຜ່ ກ່ຽວກັບບັນດາບັນຫາທີ່ພວມໄດ້ຮັບຄວາມສົນໃຈໃນສັງຄົມ, ພິເສດແມ່ນສິ່ງເສດເຫຼືອຢາງປລາດສະຕິກ ເທົ່ານັ້ນ, ຫາກຍັງແມ່ນໂອກາດພົບປະແລກປ່ຽນວັດທະນະທໍາທີ່ປອດໃສ, ຮັດແໜ້ນຄວາມສາມັກຄີ, ຄວາມຜູກພັນລະຫວ່າງບັນດາອົງການສື່ມວນຊົນ ແລະ ສ້າງແຫຼ່ງບັນດານໃຈປະດິດຄິດສ້າງໃນໜ້າທີ່ວຽກງານອີກດ້ວຍ.

        ເຂົ້າຮ່ວມງານປະກວດຄັ້ງນີ້ ມີທັງໝົດ 36 ຄົນ ທີ່ເປັນ MC, ນັກຂ່າວຍິງອາຍຸຕຳກວ່າ 40 ປີມາຈາກບັນດາອົງການສື່ມວນຊົນຄື: ສະຖານີໂທລະພາບຫວຽດນາມ, ສໍານັກຂ່າວສານຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ໜັງສີພິມໂອເລັກໂຕນິກລະດັບຄວາມຮູ້ຂອງປະຊາຊົນ, ໂທລະພາບປ້ອງກັນຄວາມສະຫງົບນະຄອນຫຼວງ, ໜັງສືພິມ Le Courrier du Viet Nam.

        ນອກຈາກເລື່ອງສະແດງຄວາມສາມາດຂອງຕົນແລ້ວ, ບັນດາຜູ້ເຂົ້າຮ່ວມກໍຈະສະແດງໃຫ້ເຫັນຄວາມສົນໃຈຂອງຕົນທີີ່ມີຕໍ່ການປົກປັກຮັກສາສິ່ງແວດລ້ອມ, ພິເສດແມ່ນການກະທໍາຕ້ານສິ່ງເສດເຫຼືອຢາງປລາດສະຕິກ ຢ່າງຈະແຈ້ງຜ່ານຄລິບສັ້ນສົ່ງໃຫ້ຄະນະຈັດຕັ້ງລາຍການ ແລະ ນີ້ກໍແມ່ນບ່ອນອີງເພື່ອໃຫ້ຄະນະກໍາມະການໃຫ້ຄະແນນ ແລະ ມອບລາງວັນຊົມເຊີຍ “ນາງງາມເພື່ອສິ່ງແວດລ້ອມ” ໃນຄໍ່າຄືນຊີງຊະນະເລີດ ທີ່ຈະດໍາເນີນໃນວັນທີ 19 ຕຸລາ, ຢູ່ສະຖານທີ່ຖ່າຍທໍາ ໂທລະພາບແຫ່ງຊາດຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ