Romania ສ້າງຕັ້ງຫໍພິພິຕະພັນ ກ່ຽວກັບລັດທິກອມມູນິດ

Romania ສ້າງຕັ້ງຫໍພິພິຕະພັນ ກ່ຽວກັບລັດທິກອມມູນິດ - ảnh 1
ພາບປະກອບ

(vovworld) - ວັນ​ທີ 30/5, ສະພາ​ສູງ Romania ​ໄດ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ຫໍພິພິຕະພັນ​ກ່ຽວ​ກັບ​​ໄລຍະ ພັດທະນາ​ລັດທິ​ກອມ​ມູນິດ ຢູ່​ປະ​ເທດ​ນີ້. ຫໍພິພິຕະພັນ ກ່ຽວ​ກັບ​ລັດທິ​ກອມ​ມູນິດ Romania ​​ຕັ້ງ​ຢູ່​ນະຄອນຫຼວງ Bucharest ​ໂດຍ​ກະຊວງ​ວັດທະນະທຳ ສະໜອງ​ດ້ານ​ການ​ເງິນ ​ເພື່ອ​ເຄື່ອນ​ໄຫວ ດ້ວຍ​ໜ້າ​ທີ່​ຕົ້ນ​ຕໍແມ່ນ ຖ່າຍ​ທອດ​​ບັນດາ​ເອກະສານ​ປະຫວັດສາດ ​ແລະ ບັນດາ​ວັດຖຸ​ທີ່​ສ່ອງ​ແສງ​ໃຫ້​ແກ່​ໄລຍະ​​​ 1947 – 1989 ​ໃນ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ນີ້​ໃຫ້ຊາວ Romania ລຸ້ນຕ່າງໆ.

ຂ່າວ/ບົດ​ອື່ນ