Samsung ຫວຽດ​ນາມ ຄວນ​ສືບ​ຕໍ່​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ເສດ​ຖະ​ກິດດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ

(VOVWORLD) - ຕອນບ່າຍວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົຕນີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ Choi Joo Ho ຜູ້ອຳນວຍການໃຫຍ່ Samsung ຫວຽດນາມ.
Samsung ຫວຽດ​ນາມ ຄວນ​ສືບ​ຕໍ່​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ເສດ​ຖະ​ກິດດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ - ảnh 1ທ່ານຮອງນາຍົກລັດຖະມົຕນີ ຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບທ່ານ Choi Joo Ho ຜູ້ອຳນວຍການໃຫຍ່ Samsung ຫວຽດນາມ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າເນັ້ນໜັກວ່າ ຫວຽດນາມ ຈະຮ່ວມເດີນທາງ, ສົ່ງເສີມບັນດາວິສາຫະກິດຍູ້ແຮງການຫັນເປັນສີຂຽວ, ຫຼຸດຜ່ອນການປ່ອຍທາດກາກບອນຜ່ານການສ້າງບັນດາຂໍ້ກຳນົດກ່ຽວກັບລະດັບການປ່ອຍທາດກາກບອນ, ຕະຫຼາດສິນເຊື່ອກາກບອນ, ນະໂຍບາຍພາສີ ກາກບອນ, ການເງິນສີຂຽວ, ບຸລິມະສິດກ່ຽວກັບທີ່ດິນ…ທ່ານຮອງນາຍົກລັດຖະມົນຕີ ສະເໜີບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີ Samsung ຫວຽດນາມ ສືບຕໍ່ມີຂໍ້ສະເໜີແນະ ຢ່າງແທ້ຈິງ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ຜ່ານວິວັດການຜັນຂະຫຍາຍກົນໄກຊື້ຂາຍໄຟຟ້າໂດຍກົງ; ມຸ່ງໄປເຖິງການເຄື່ອນໄຫວຕະຫຼາດໄຟຟ້າຫວຽດນາມ ຕາມກົນໄກຕະຫຼາດຢ່າງຄົບຖ້ວນ. ໃນໄລຍະຈະມາເຖິງ, Samsung ຫວຽດນາມ ຄວນສືບຕໍ່ເອົາໃຈໃສ່, ລົງທຶນບັນດາສູນຄົ້ນຄ້ວາພັດທະນາ ແລະ ຖ່າຍທອດສຳລັບບັນດາຂະແໜງອຸດສາຫະກຳໃໝ່ຄື ຊິບເຄິ່ງຊັກນຳ.

ລາຍງານຕໍ່ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ກ່ຽວກັບໝາກຜົນຂອງການເຄື່ອນໄຫວຂອງ Samsung ຫວຽດນາມ ໃນໄລຍະຜ່ານມາ, ທ່ານ Choi Joo Ho ໃຫ້ຮູ້ວ່າ ປັດຈຸບັນ Samsung ຫວຽດນາມ ມີ 6ໂຮງງານຜະລິດ, 1 ສູນຄົ້ນຄ້ວາ ແລະ ພັດທະນາດ້ວຍຍອດເງິນລົງທຶນແມ່ນ 22,8 ຕື້ USD. ວົງເງິນການສົ່ງອອກນັບແຕ່ເດືອນມັງກອນ 2024 ຫາເດືອນກໍລະກົດ 2024 ບັນລຸ 33,5 ຕື້ USD, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ