Saudi Arabia ຢັ້ງຢືນບັນ​ດາ​ນະ​ໂຍ​ບາຍ​ຂອງ OPEC+ ແມ່ນ​ເອ​ກະ​ລາດ​ສົມ​ບູນ

(VOVWORLD) -ໃນການປະຊຸມເມື່ອວັນທີ 4 ມັງກອນທີ່ຜ່ານມາ, OPEC+ ໄດ້ເຫັນດີບໍ່ປ່ຽນແປງນະໂຍບາຍປະລິມານນ້ຳມັນບໍ່.
Saudi Arabia ຢັ້ງຢືນບັນ​ດາ​ນະ​ໂຍ​ບາຍ​ຂອງ OPEC+ ແມ່ນ​ເອ​ກະ​ລາດ​ສົມ​ບູນ - ảnh 1

 ບັນດາອ່າງເກັນນ້ຳມັນຢູ່ນະຄອນ Dammam, Saudi Arabia. (ພາບ: AFP/TTXVN)

    ອົງການບັນດາປະເທດສົ່ງອອກນ້ຳມັນບໍ່ (OPEC) ແລະ ບັນດານັກຜະລິດນ້ຳມັນຄູ່ຮ່ວມມື (OPEC+)  ມີບັນດານະໂຍບາຍເອກະລາດກັນ ແລະ ບໍ່ມີການແຊກແຊງຈາກພາຍນອກ ເຂົ້າໃນບັນດາຂໍ້ຕົກລົງຂອງອົງການຮ່ວມສຳພັນນີ້. ຄຳຖະແຫຼງຂອງທ່ານ Abdulaziz bin Salman,  ລັດຖະມົນຕີກະຊວງພະລັງງານ  Saudi Arabia ຍົກອອກເມື່ອວັນທີ 14 ມັງກອນ ພາຍຫຼັງບັນດາຂ່າວລື ກ່ຽວກັບຂໍ້ຕົກລົງຂອງ OPEC+, ທີ່ເຄີຍມີຜົນກະທົບຕໍ່ຕະຫຼາດນ້ຳມັນບໍ່ຂອງໂລກ. ທ່ານລັດຖະມົນຕີ Abdulaziz ເນັ້ນໜັກວ່າ ບັນດານະໂຍບາຍຂອງ OPEC+ ໄດ້ປະສົບຜົນສຳເລັດ ໃນການຮັກສາ ແລະ ຮັບປະກັນແຫຼ່ງສະໜອງໃຫ້ແກ່ຕະຫຼາດນ້ຳມັນບໍ່ ບໍ່ວ່າໃນເວລາໃດທີ່ຈຳເປັນ.

   ກ່ອນໜ້ານັ້ນ, ໃນການປະຊຸມເມື່ອວັນທີ 4 ມັງກອນທີ່ຜ່ານມາ, OPEC+ ໄດ້ເຫັນດີບໍ່ປ່ຽນແປງນະໂຍບາຍປະລິມານນ້ຳມັນບໍ່, ຕາມນັ້ນແລ້ວ, ບັນດາສະມາຊິກຂອງອົງການຮ່ວມສຳພັນນີ້ ໄດ້ໃຫ້ຄຳໝັ້ນສັນຍາ ຈະຮັກສາຂັ້ນຕອນເພີ່ມປະລິມານຂຸດຄົ້ນນຳມັນບໍ່ຕື່ມອີກ 400.000 ຖັງ/ວັນ ໃນເດືອນກຸມພາປີ 2022. ຄາດວ່າ ກອງປະຊຸມຄັ້ງຕໍ່ໄປຂອງ OPEC+ ຈະຈັດຂຶ້ນໃນວັນທີ 2 ກຸມພາທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ