SCO ສະໜັບສະໜູນການແກ້ໄຂບັນດາການປະທະກັນບົນພື້ນຖານກົດໝາຍສາກົນ

(VOVWORLD) - ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ (SCO) ຄັ້ງທີ 18 ຖືກອັດລົງໃນຕອນຄ່ຳວັນທີ 10 ມິຖຸນາ ພາຍຫລັງດຳເນີນມາເປັນເວລາ 2 ວັນ ຢູ່ນະຄອນ ຈີງຕາວ, ແຂວງ ຊານຕູງ ຈີນ.
SCO ສະໜັບສະໜູນການແກ້ໄຂບັນດາການປະທະກັນບົນພື້ນຖານກົດໝາຍສາກົນ - ảnh 1ບັນດາການນຳເຂົ້າຮ່ວມກອງປະຊຸມ SCO (ພາບ: AP)

ກອງປະຊຸມໄດ້ອອກຖະແຫຼງການ ຈີງຕາວ, ພ້ອມທັງອອກຂ່າວຕໍ່ສື່ມວນຊົນທີ່ເນັ້ນໜັກເຖິງບົດບາດນັບມື້ນັບເຕີບໃຫຍ່ເຂັ້ມແຂງຂອງອົງການນີ້ ດ້ວຍການຮັບເອົາສະມາຊິກເພີ່ມເຕີ່ມໃໝ່ແມ່ນ ອິນເດຍ ແລະ ປາກິດສະຖານ.

        ແຈ້ງການຂ່າວຊີ້ແຈ້ງວ່າ: SCO ພວມຢືນຢູ່ຕໍ່ໜ້າກາລະໂອກາດເປີດກ້ວາງການຮ່ວມມືຢ່າງບໍ່ຢຸດຢັ້ງ ດ້ວຍເລື່ອງຮັບເອົາ 2 ປະເທດສະມາຊິກແມ່ນ ອິນເດຍ ແລະ ປາກິດສະຖານ. ບັນດາສະມາຊິກ SCO ຢຶດໝັ້ນສະໜັບສະໜູນວິວັດການໄກ່ເກ່ຍບັນດາການປະທະກັນຢູ່ ອາບການິດສະຖານ, ຊີຣີ, ຕາເວັນອອກກາງ, ແຫຼມ ເກົາຫຼີ ກໍ່ຄືພາກພື້ນອື່ນໆ ແລະ ຕ້ອງໄດ້ປະຕິບັດໃນຂອບເຂດຂອງບັນດາຂໍ້ກຳນົດ ແລະ ຫຼັກການຂອງກົດໝາຍສາກົນ ທີ່ໄດ້ຮັບການຮັບຮອງ.

 

ຕອບກັບ

ຂ່າວ/ບົດ​ອື່ນ