SCOຍົກສູງມາດຕະການການທູດໃນການແກ້ໄຂການປະທະກັນ, ແລະ ການກໍ່ການຮ້າຍ

(VOVWORLD) - ວັນທີ 9/6, ກອງປະຊຸມສຸດຍອດຂອງອົງການປ້ອງກັນຄວາມສະຫງົບ ແລະ ການຮ່ວມມື ຊຽງໄຮ້ (SCO 2017)

SCOຍົກສູງມາດຕະການການທູດໃນການແກ້ໄຂການປະທະກັນ, ແລະ ການກໍ່ການຮ້າຍ - ảnh 1 ຜູ້ຕາງໜ້າປະເທດຕ່າງໆ ຖ່າຍຮູບທີ່ລະນຶກ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ໄດ້ອັດລົງຢູ່ ກາຢັກສະຖານ, ດ້ວຍເລື່ອງການນຳບັນດາປະເທດສະມາຊິກອອກຖະແຫຼງການຮ່ວມ, ໃນນັ້ນເຫັນດີເປັນເອກະສັນຖືວ່າ, ບັນດາມາດຕະການການທູດ ແລະ ການເມືອງ ແມ່ນ “ການເລືອກເຟັ້ນໜຶ່ງດຽວ“ ເພື່ອແກ້ໄຂວິກິດການໃນພາກພື້ນ. ຖະແຫຼງການຮ່ວມຂອງການນຳ 6 ປະເທດສະມາຊິກ SCO ສະແດງຄວາມສະໜັບສະໜູນຂອງ ອາບການິສະຖານ ໃນການຮົບຕ້ານກໍ່ການຮ້າຍ, ລັດທິຫົວຮຸນແຮງ ແລະ ບັນດາອົງການອາດສະຍາກຳຢາເສບຕິດ, ຖືວ່າສະຫະປະຊາຊາດຕ້ອງມີບົດບາດຫຼັກແຫຼ່ງໃນການຮ່ວມມືສາກົນ ເພື່ອຮັບປະກັນສັນຕິພາບ ແລະ ສະຖຽນລະພາບຢູ່ປະເທດ ອາຊີຕາເວັນຕົກສ່ຽງໃຕ້ນີ້. SCO ກໍ່ໄດ້ກະຕຸກຊຸກຍູ້ລັດຖະບານ ຊີຣີ ແລະ ຝ່າຍຄ້ານເພີ່ມທະວີການເຈລະຈາເພື່ອແກ້ໄຂການປະທະກັນໃນປະຈຸບັນຢູ່ປະເທດນີ້ດ້ວຍມາດຕະການດ້ານການເມືອງຕາມບັນດາມະຕິຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ