Sea Games 30: ຄູ​ຝຶກ Park Hang – seo ມີ​ຄວາ​ມຫວັງ​ໃຫ້ທິ​ມານ​ເຕະ​ຊາຍ U22 ຫວຽດນາມ ຄວ້າ​ໄດ້ຫຼຽນຄໍາ

(VOVWORLD) - ຮອບຊີງຊະນະເລີດລະຫວ່າງທິມ U22 ຫວຽດນາມ ແລະ U22 ອິນໂດເນເຊຍ ຈະຈັດຂຶ້ນໃນເວລາ 19 ໂມງ ຂອງວັນທີ 10 ທັນວາ ຢູ່ສະໜາມກິລາ Rizal Memorial, ນະຄອນຫຼວງ Manila ປະເທດ ຟີລິບປິນ.
Sea Games 30: ຄູ​ຝຶກ Park Hang – seo ມີ​ຄວາ​ມຫວັງ​ໃຫ້ທິ​ມານ​ເຕະ​ຊາຍ U22 ຫວຽດນາມ ຄວ້າ​ໄດ້ຫຼຽນຄໍາ - ảnh 1 (ພາບປະກອບ: TTXVN)

        ກ່າວຄໍາເຫັນໃນກອງປະຊຸມຂ່າວ ທີ່ຖືກຈັດຂຶ້ນກ່ອນການດໍາເນີນຮອບຊີງຊະນະເລີດ Sea Games 2019 ລະຫວ່າງທິມ U22 ຫວຽດນາມ ແລະ U22 ອິນໂດເນເຊຍ, ຄູຝຶກ Park Hang – seo ຖະແຫຼງວ່າ ພາຍຫຼັງຜົນງານຂອງທິມບານເຕະຍິງຫວຽດນາມ, ທັງທິມບານເຕະຊາຍ ກໍກັບເມືອຮ່າໂນ້ຍ ດ້ວຍການຄວ້າຫຼຽນຄໍາ Sea Games ເຊັ່ນດຽວກັນ. ເມື່ອຕອບສໍາພາດຕໍ່ນັກຂ່າວ ທ່ານ Park Hang – seo   ໄດ້ແປ່ງປັນວ່າ ທ່ານຮູ້ສຶກວ່າ ຕົນມີຄວາມຮັບຜິດຊອບສູງຕໍ່ການຍາດໄດ້ໄຊຊະນະ.

        ຮອບຊີງຊະນະເລີດລະຫວ່າງທິມ U22 ຫວຽດນາມ ແລະ U22 ອິນໂດເນເຊຍ ຈະຈັດຂຶ້ນໃນເວລາ 19 ໂມງ ຂອງວັນທີ 10 ທັນວາ ຢູ່ສະໜາມກິລາ Rizal Memorial, ນະຄອນຫຼວງ Manila ປະເທດ ຟີລິບປິນ.

        

ຕອບກັບ

ຂ່າວ/ບົດ​ອື່ນ