Sea Games 30: ຫວຽດນາມ ພວມຢືນອັນດັບທີ 2 ຕາມຕາຕະລາງຈັດອັນດັບທົ່ວຄະນະ

(VOVWORLD) -ໄລ່ຮອດທ້າຍວັນທີ 01 ທັນວາ, ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳ 10 ຫຼຽນ, ຫຼຽນເງິນ 12 ຫຼຽນ ແລະ ຫຼຽນທອງ 7 ຫຼຽນ
Sea Games 30: ຫວຽດນາມ ພວມຢືນອັນດັບທີ 2 ຕາມຕາຕະລາງຈັດອັນດັບທົ່ວຄະນະ - ảnh 1(ຫວຽດນາມ ພວມຢືນອັນດັບທີ 2 ຕາມຕາຕະລາງຈັດອັນດັບທົ່ວຄະນະ)

ໄຊຊະນະ 2 ປະຕູຕໍ່ 1 ໃນການແຂ່ງຂັນບານເຕະລະຫວ່າງທິມບານເຕະ U22 ຫວຽດນາມ ກັບທິມບານເຕະ U22 ອິນໂດເນເຊຍ ແລະ ຫຼຽນຄຳຈາກການແຂ່ງຂັນລາຍມວນໄມ້ຄ້ອນ (Arnis) ຂອງນັກກິລາຍິງ ຫວຽນທິເກິມຍີ, ປະເພດນຳໜັກ 60 ກີໂລ ຂຶ້ນໄປ, ໄດ້ເປັນການອັດການແຂ່ງຂັນມື້ໜຶ່ງທີ່ບັນລຸຜົນສຳເລັດຂອງຄະນະນັກກິລາຫວຽດນາມ ຢູ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 30 (Sea Games 30) ເຊິ່ງພວມດຳເນີນຢູ່ຟີລິບປິນ.

        ໄລ່ຮອດທ້າຍວັນທີ 01 ທັນວາ, ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳ 10 ຫຼຽນ, ຫຼຽນເງິນ 12 ຫຼຽນ ແລະ ຫຼຽນທອງ 7 ຫຼຽນ, ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບຫຼຽນຢູ່ Sea Games 30, ຖັດຈາກປະເທດເຈົ້າພາບຟີລິບປິນ.

ຕອບກັບ

ຂ່າວ/ບົດ​ອື່ນ