SEA Games 31 ຄາດວ່າຈະຈັດຂຶ້ນໃນເດືອນ ພຶດສະພາ 2022

(VOVWORLD) -ມາຮອດປະຈຸບັນ ລັດຖະບານ ຫວຽດນາມ ໄດ້ອະນຸຍາດເລື່ອນເວລາຈັດ ຮອດໄຕມາດທີ 2 ປີ 2022 (ຄາດວ່າແມ່ນເດືອນ ພຶດສະພາ).
SEA Games 31 ຄາດວ່າຈະຈັດຂຶ້ນໃນເດືອນ ພຶດສະພາ 2022 - ảnh 1 SEA Games 31 ໂດຍ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນ
(ພາບ: VGP)

ຫ້ອງການສະຫະພັນກິລາອາຊີຕາເວັນອອກສ່ຽງໃຕ້ (SEAGF), ສຳນັກງານຕັ້ງຢູ່ ບາງກອກ, ປະເທດໄທ ໄດ້ຈັດການລະປະຊຸມແບບທາງໄກ ໃນວັນທີ 18 ຕຸລາ 2021. ຄະນະຫວຽດນາມ ໄດ້ເຂົ້າຮ່ວມການປະຊຸມນີ້.

        ກ່ຽວກັບງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 31 (SEA Games 31) ໂດຍ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນນັ້ນ, ທ່ານ ເຈິ່ນດຶກເຟີນ, ຮອງຫົວໜ້າກົມຮັບຜິດຊອບກົມໃຫຍ່ກິລາກາຍຍະກຳ, ຮອງຫົວໜ້າຄະນະຈັດຕັ້ງ SEA Games 31 ໃຫ້ຮູ້ວ່າ, ມາຮອດປະຈຸບັນ ລັດຖະບານ ຫວຽດນາມ ໄດ້ອະນຸຍາດເລື່ອນເວລາຈັດ ຮອດໄຕມາດທີ 2 ປີ 2022 (ຄາດວ່າແມ່ນເດືອນ ພຶດສະພາ). ຫວຽດນາມ ຈະແຈ້ງໃຫ້ຊາບຕໍ່ຫ້ອງການ SEAGF ແລະ ບັນດາຄະນະກຳມະການ Olympic ແຫ່ງຊາດໃນໄລຍະໄວທີ່ສຸດ ພາຍຫຼັງມີຂໍ້ຕົກລົງຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ