SEA Games 31: ທິມ​ບານ​ເຕະ U23 ຫວຽດ​ນາມ ຊະ​ນະ U23 ມຽນ​ມາ ແລະ ມີ​ໂອ​ກາດ​ເຂົ້າ​ຮອບ​ຮອງ​ຊະ​ນະ​ເລີດ

(VOVWORLD) - ໃນນັດແຂ່ງຂັນສຸດທ້າຍທີ່ຈະດຳເນີນໃນວັນທີ 15 ພຶດສະພາ, ທິມບານເຕະ U23 ຫວຽດນາມ ຈະພົບກັບທິມບານເຕະ U23 Timor Leste.
SEA Games 31:  ທິມ​ບານ​ເຕະ U23 ຫວຽດ​ນາມ ຊະ​ນະ U23 ມຽນ​ມາ ແລະ ມີ​ໂອ​ກາດ​ເຂົ້າ​ຮອບ​ຮອງ​ຊະ​ນະ​ເລີດ - ảnh 1

 (ພາບ: TTXVN)

   ວັນທີ 13 ພຶດສະພາ, ເຖິງວ່າ ໄດ້ປະສົບກັບຄວາມຫຍຸ້ງຍາກໃນນັດເຕະກັບ U23 ມຽນມາ ໃນຮອບແຂ່ງຂັນທີ 4 ສາຍ A ບານເຕະຊາຍ SEA Games 31 ຢູ່ສະໜາມກິລາຫວຽດຈີ່ ແຂວງຝູເທາະ, ແຕ່ເມື່ອຫົວໜ້າທິມ ໂດ້ຮຸ່ງຢຸງ ເຕະເຂົ້າໂກນລູກດຽວ, ທິມບານເຕະ U23 ຫວຽດນາມ ມີໂອກາດຈະເຂົ້າຮອບຮອງຊະນະເລີດ. ເອົາຊະນະທິມບານເຕະ U23 ມຽນມາ ໄດ້ຊ່ວຍໃຫ້ຄູຝຶກ Park Hang-seo ແລະ ນັກເຕະ ສາມາດເຂົ້າຮອບຕໍ່ໄປດ້ວຍ 7 ຄະແນນ, ໄດ້ອັນດັບທີ 1 ໃນສາຍ A, ລື່ນທິມບານເຕະ U23 ອິນໂດເນເຊຍ ແລະ ທິມບານເຕະ U23 ມຽນມາ 1 ຄະແນນ. ໃນນັດແຂ່ງຂັນສຸດທ້າຍທີ່ຈະດຳເນີນໃນວັນທີ 15 ພຶດສະພາ, ທິມບານເຕະ U23 ຫວຽດນາມ ຈະພົບກັບທິມບານເຕະ U23 Timor Leste.

     ໃນເຫດການກ່ຽວຂ້ອງ, ໄລ່ຮອດຕອນບ່າຍຂອງວັນທີ 14 ພຶດສະພາ, ຫວຽດນາມ ຄ້ວາໄດ້ຕື່ມອີກ 7 ຫຼຽນຄຳໃນກິລາປະເພດ ລອຍນ້ຳ, ແລ່ນແລະລານ, ຟັນດາບ, Rowing, gymnastics, ຄືແນວນັ້ນ, ມາຮອດຈຸດເວລານີ້, ຫວຽດນາມ ຄ້ວາໄດ້ 32 ຫຼຽນຄຳ ແລະ ສືບຕໍ່ຢືນອັນດັບທີ 1. ຖັດຈາກນັ້ນແມ່ນ ອິນໂດເນເຊຍ ແລະ ມາເລເຊຍ ດ້ວຍ 13 ຫຼຽນຄຳ.

ຕອບກັບ

ຂ່າວ/ບົດ​ອື່ນ