SEA Games 31: ແຜ່ຂະຫຍາຍຈິດໃຈສາມັກຄີ - ມິດຕະພາບ

(VOVWORLD) -ນີ້ແມ່ນ SEA Games ຄັ້ງທີ 2 ເຊິ່ງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໄດ້ບັນລຸຜົນສຳເລັດໃນທຸກດ້ານ, ສ້າງຄວາມປະທັບໃຈໃຫ້ແກ່ບັນດາຄະນະນັກກິລາທີ່ເຂົ້າຮ່ວມ, ນັກທ່ອງທ່ຽວສາກົນ ພ້ອມກັບແຟນກິລາ ຫວຽດນາມ.
SEA Games 31: ແຜ່ຂະຫຍາຍຈິດໃຈສາມັກຄີ - ມິດຕະພາບ - ảnh 1(ຫວຽດນາມ ສ້າງຄວາມປະທັບໃຈໃຫ້ແກ່ບັນດາຄະນະນັກກິລາທີ່ເຂົ້າຮ່ວມ)

ວັນທີ 22 ພຶດສະພາ, ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Games 31) ໄດ້ອັດລົງດ້ວຍການແຂ່ງຂັນຮອບຊິງຊະນະເລີດບານເຕະຊາຍລະຫວ່າງທິມບານເຕະ U23 ຫວຽດນາມ ແລະ U23 ໄທ. ນີ້ແມ່ນ SEA Games ຄັ້ງທີ 2 ເຊິ່ງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໄດ້ບັນລຸຜົນສຳເລັດໃນທຸກດ້ານ, ສ້າງຄວາມປະທັບໃຈໃຫ້ແກ່ບັນດາຄະນະນັກກິລາທີ່ເຂົ້າຮ່ວມ, ນັກທ່ອງທ່ຽວສາກົນ ພ້ອມກັບແຟນກິລາ ຫວຽດນາມ.

        ນັກກິລາ Felisberto De Deus ຄວ້າໄດ້ຫຼຽນເງິນ 2 ຫຼຽນປະເພດກິລາ ແລ່ນ ແລະ ລານ, ເຊິ່ງແມ່ນຫຼຽນລາງວັນທຳອິດຂອງຄະນະນັກກິລາ Timor Leste ໃນການແຂ່ງຂັນຢູ່ SEA Games 31, ໄດ້ຈັບທຸງຊາດຂອງປະເທດຕົນ ແລະ ທຸງຊາດ ຫວຽດນາມ ແລ່ນອ້ອມສະໜາມກິລາ ເພື່ອຂອບໃຈຜູ້ເຊຍ ຫວຽດນາມ ທີ່ໄດ້ມາເຊຍ, ໃຫ້ກຳລັງໃຈ.

        ຫຼຽນຄຳປະເພດກິລາບານເຕະຊາຍ ຫວຽດນາມ ພາຍຫຼັງຊະນະ 1 – 0 ຕໍ່ທິມບານເຕະຊາຍ ໄທ ໃນຮອບຊະນະເລີດກໍ່ແມ່ນຫຼຽນຄຳທີ 205 ຂອງຄະນະນັກກິລາ ຫວຽດນາມ. ດ້ວຍຫຼຽນຄຳທັງໝົດ 205 ຫຼຽນນັ້ນ, ຄະນະນັກກິລາ ຫວຽດນາມ ໄດ້ສ້າງສະຖິຕິໃໝ່ໃນຕາຕະລາງສະຫຼຸບຫຼຽນໃນ SEA Games 31.

        SEA Games 31 ໄດ້ອັດລົງດ້ວຍພິທີອັດດຳເນີນໃນຕອນຄ່ຳວັນທີ 23 ພຶດສະພາ ຢູ່ຮ່າໂນ້ຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເນັ້ນໜັກວ່າ: ພວກເຮົາເຕົ້າໂຮມມາແຫ່ງນີ້ ເພື່ອພ້ອມກັນປະກອບສ່ວນຢືນຢັນວິໄສທັດ ແລະ ພາລະບົດບາດຂອງ ອາຊຽນ, ນັ້ນແມ່ນ ຄວາມສາມັກຄີ - ສັນຕິພາບ - ມິດຕະພາບ - ການຮ່ວມມື ແລະ ພັດທະນາ; ເພື່ອແຜ່ຂະຫຍາຍນ້ຳໃຈສາມັກຄີ - ມິດຕະພາບ, ການພົວພັນແລກປ່ຽນຂອງ 11 ພື້ນຖານວັດທະນະທຳຂອງ 11 ປະເທດຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ