SEA Games 31: ໂຄ​ສະ​ນາ​ພາບ​ພົດ​ ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ ຮ່າ​ໂນ້ຍ - ຫວຽດ​ນາມ

(VOVWORLD) -  ເນື່ອງໃນໂອກາດງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 -  SEA Games 31, ນະຄອນ ຮ່າໂນ້ຍ ໄດ້ປະກາດແຜນການໂຄສະນາພາບພົດກ່ຽວກັບປະເທດຊາດ, ມູນເຊື້ອວັດທະນະທຳ, ປະຊາຊົນ ຫວຽດນາມ, ນະຄອນຫຼວງ ຮ່າໂນ້ຍ ກັບເພື່ອນມິດສາກົນ.
SEA Games 31: ໂຄ​ສະ​ນາ​ພາບ​ພົດ​ ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ ຮ່າ​ໂນ້ຍ - ຫວຽດ​ນາມ - ảnh 1(ພາບ: baotintuc.vn)

 ວຽກງານໂຄສະນາເຜີຍແຜ່ກ່ຽວກັບຄວາມໝາຍຂອງເຫດການ SEA Games 31  ທີ່ຖືກຈັດຂຶ້ນຢູ່ ຫວຽດນາມ ແລະ ຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

        ຜ່ານວຽກງານໂຄສະນາເຜີຍແຜ່ຈະໂຄສະນາຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນນະຄອນຫຼວງ, ແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນທຸກຊັ້ນວັນນະ ກ່ຽວກັບເຫດການ SEA Games 31; ນຳພາບນະຄອນຫຼວງ ຮ່າໂນ້ຍ ດ້ວຍມູນເຊື້ອປະຫວັດສາດ, ອະລິຍະທຳ, ສີວິໄລ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ ຫຍັບມໍ່ເຂົ້າກັບປະຊາຊົນພາຍໃນປະເທດ ແລະ ເພື່ອມິດສາກົນ. ພ້ອມດຽວກັນນັ້ນ, ຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວທີ່ “ປອດໄພ - ເປັນມິດສະໜິດສະໜົມ - ຄຸນນະພາບ - ຈັບອົກຈັບໃຈ” ບໍ່ພຽງແຕ່ຂອງແຂກທ່ອງທ່ຽວທີ່ມາຈາກທຸກສາລະທິດເທົ່ານັ້ນ ຫາກຍັງຂອງທັງນັກລົງທຶນພາຍໃນປະເທດ ແລະ ຕ່າງປະເທດ.

 


ຕອບກັບ

ຂ່າວ/ບົດ​ອື່ນ