SIAL Canada 2024 ເປີດ​ໂອ​ກາດການ​ສົ່ງ​ອອກ​ສະ​ບຽງ​ອາ​ຫານ​ປຸງ​ແຕ່ງ ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ

(VOVWORLD) - ເຂົ້າຮ່ວມ SIAL Canada ປີນີ້, ຫວຽດນາມ ມີວິສາຫະກິດ 2 ແຫ່ງ ນັ້ນແມ່ນ ທ້ວນຟອງ (Tufoco) ແລະ Sapo DAKLAK ເຊິ່ງລ້ວນແຕ່ດຶງດູດຄວາມສົນໃຈຂອງຜູ້ເຂົ້າຢ້ຽມຊົມ, ເປີດແງ່ຫວັງການສົ່ງອອກສະບຽບອາຫານປຸງແຕ່ງໃນອະນາຄົດ.
SIAL Canada 2024 ເປີດ​ໂອ​ກາດການ​ສົ່ງ​ອອກ​ສະ​ບຽງ​ອາ​ຫານ​ປຸງ​ແຕ່ງ ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ - ảnh 1 ງານຕະຫຼາດນັດ SIAL (ພາບ: TTXVN)

ງານຕະຫຼາດນັດວາງສະແດງຜະລິດຕະພັນກະເສດ ແລະ ສະບຽງອາຫານປຸງແຕ່ງໃຫຍ່ທີ່ສຸດຢູ່ພາກພື້ນ ອາເມລິກາເໜືອ (SIAL) ຖືກດຳເນີນຢູ່ນະຄອນ Montreal, ການາດາ ໃນທ້າຍອາທິດຜ່ານມາ ໄດ້ດຶງດູດນັກວາງສະແດງນັບພັນຄົນ ທີ່ມາຈາກກວ່າ 40 ປະເທດ ແລະ ຜູ້ເຂົ້າຊົມກວ່າ 20.000 ເທື່ອຄົນ ມາຈາກທົ່ວທຸກສາທາທິດໃນໂລກ. ເຂົ້າຮ່ວມ SIAL Canada ປີນີ້, ຫວຽດນາມ ມີວິສາຫະກິດ 2 ແຫ່ງ ນັ້ນແມ່ນ ທ້ວນຟອງ (Tufoco) ແລະ Sapo DAKLAK ເຊິ່ງລ້ວນແຕ່ດຶງດູດຄວາມສົນໃຈຂອງຜູ້ເຂົ້າຢ້ຽມຊົມ, ເປີດແງ່ຫວັງການສົ່ງອອກສະບຽບອາຫານປຸງແຕ່ງໃນອະນາຄົດ.

              ທ່ານນາງ ເຈິ່ນທູກວິ່ງ ທູດການຄ້າ ສະຖານທູດ ຫວຽດນາມ ປະຈຳ ການາດາ ໃຫ້ຮູ້ວ່າ ສະຖານທູດ ຍາມໃດກໍໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ເພື່ອເຂົ້າຮ່ວມງານຕະຫຼາດນັດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ