SIPRI: ສາງອາວຸດນິວເຄຼຍທົ່ວໂລກເພີ່ມຂຶ້ນໃນປີ 2022

(VOVWORLD) - SIPRI ເນັ້ນໜັກວ່າ 9 ປະເທດກຳມະສິດອາວຸດນິວເຄຼຍສືບຕໍ່ຫັນສາງອາວຸດນິວເຄຼຍຂອງຕົນ ແລະ ບາງປະເທດ ຜັນຂະຫຍາຍບັນດາລະບົບອາວຸດນິວເຄຼຍໃໝ່ເປັນທັນສະໄໝ ຫຼື ອາວຸດນິວເຄຼຍທີ່ສາມາດຖືລູກປືນນິວເຄຼຍໃນປີ 2022.
 
SIPRI: ສາງອາວຸດນິວເຄຼຍທົ່ວໂລກເພີ່ມຂຶ້ນໃນປີ 2022 - ảnh 1ລູກສອນໄຟນຳວິຖີ Titan II
(ພາບປະກອບຈາກ: AFP)

ຈຳນວນອາວຸດນິວເຄຼຍທີ່ນຳໃຊ້ເຄື່ອນໄຫວໄດ້ເພີ່ມຂຶ້ນເລັກໜ້ອຍໃນປີ 2022 ໃນທາມກາງສະພາບການບັນດາປະເທດປະຕິບັດແຜນຫັນເປັນທັນສະໄໝ ແລະ ເປີດກ້ວາງກຳລັງໄລຍະຍາວ. ໃນບົດລາຍງານທີ່ປະກາດເມື່ອວັນທີ 12 ມິຖຸນາ, ສະຖາບັນຄົ້ນຄ້ວາ ສັນຕິພາບ Stockholm (SIPRI) ໃຫ້ຮູ້ວ່າ: ລູກປືນໃນບັນດາສາງອາວຸດຍັງຮັກສາທ່າອ່ຽງເພີ່ມຂຶ້ນໃນ 2 -3 ປີຜ່ານມາ. SIPRI ເນັ້ນໜັກວ່າ 9 ປະເທດກຳມະສິດອາວຸດນິວເຄຼຍສືບຕໍ່ຫັນສາງອາວຸດນິວເຄຼຍຂອງຕົນ ແລະ ບາງປະເທດ ຜັນຂະຫຍາຍບັນດາລະບົບອາວຸດນິວເຄຼຍໃໝ່ເປັນທັນສະໄໝ ຫຼື ອາວຸດນິວເຄຼຍທີ່ສາມາດຖືລູກປືນນິວເຄຼຍໃນປີ 2022.

        ທ່ານ Dan Smith, ຜູ້ອຳນວຍການ SIPRI ກ່າວເຕືອນວ່າ: ໂລກພວມກ້າວເຂົ້າສູ່ໜຶ່ງໃນບັນດາໄລຍະອັນຕະລາຍທີ່ສຸດໃນປະຫວັດສາດຂອງມວນມະນຸດ. ດັ່ງນັ້ນ, ສິ່ງທີ່ຈຳເປັນໃນປະຈຸບັນ ແມ່ນບັນດາລັດຖະບານຕ້ອງຊອກຫາມາດຕະການຮ່ວມມືເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ດ້ານພູມສາດການເມືອງ, ຫລຸດຜ່ອນບັນດາການຊ່ວງເສັງປະກອບອາວຸດ ແລະ ແກ້ໄຂບັນດາຜົນຮ້າຍຢ້ອນຫຼັງທີ່ນັບມື້ນັບຮ້າຍແຮງຍ້ອນການທຳລາຍສິ່ງແວດລ້ອມ ກໍ່ຄືການຂາດແຄນທັນຍາຫານທີ່ພວມເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ