SlovakiaຊົມເຊີຍໝາກຜົນກອງປະຊຸມສຸດຍອດEU

 SlovakiaຊົມເຊີຍໝາກຜົນກອງປະຊຸມສຸດຍອດEU - ảnh 1
​ການ​ນຳ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU
ພາບ:EPA/TTXVN)

(vovworld)- ພາ​ຍ​ຫລັງ​ສິ້​ນ​ສຸດກອງ​ປະ​ຊຸມ​ສຸດຍອດບໍ່​ເປັນ​ທາງ​ການ​ຂອງ​ສະ​ຫະ​ພາບ​ເອີ​ລົບ( EU ) ຢູ່​ນະ​ຄອນ​ຫລວງ Bratislava ຂອງ Slovakia ໃນ​ວັນ​ທີ16/9, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປະ​ເທດ​ເຈົ້າ​ພາບ Robert Fico ໄດ້​ຖະ​ແຫລງວ່າ ກອງ​ປະ​ຊຸມ​ໄດ້​ຮັບ​ຜົນ​ສຳ​ເລັດ ຍ້ອນ​ວ່າ EU ສະ​ແດງ​ຄວາມ​ສາ​ມັກ​ຄີ​ນຳ​ກັນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Fico ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ເລື່ອງ ບັນ​ດາ​ການ​ນຳ EU ໄດ້​ພ້ອມ​ກັນ​ວາງ “ແຜນ​ການ Bratislava” ຊື່ງ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ນັບ​ແຕ່ນີ້​ຈົນ​ຮອດກອງ​ປະ​ຊຸມ​ສຸດຍອດ EU ຢູ່ Roma ປະ​ເທດ ອີ​ຕາ​ລີ ໃນ​ເດືອນ 3/2017. ບັນ​ດາ​ການ​ນຳ​ຂອງ 27 ປະ​ເທດ EU ຢາກ​ສືບ​ຕໍ່​ວິ​ວັດ​ການ​ເຊື່ອມ​ໂຍງ. ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ ກອງ​ປະ​ຊຸມ​ດັ່ງ​ກ່າວ ເຖິງວ່າ ບໍ່​ເປັນ​ທາງ​ການ ແຕ່​ມີ​ບົດ​ບາດ​ສຳ​ຄັນ​ສຳ​ລັບ​ການ​ສະ​ກັດ​ກັ້ນ​ບັນ​ດາ​ແນວ​ຄວາມ​ຄິດ​ລະ​ແວງ​ສົງ​ໃສ​ໃນ EU ພ້ອມ​ທັງ​ຊ່ວຍ​ລົບ​ລ້າງບ​ັນ​ດາ​ຄວາມ​ສ່ຽງ​ສືບ​ຕໍ່​ດຳ​ເນີນ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ເລື່ອງ​ຖອນ​ອອກ​ຈາກ EU.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ