Slovakiaປາດຖະໜາ ຢາກເພີ່ມທະວີການຮ່ວມມືຫຼາຍດ້ານກັບຫວຽດນາມ

Slovakiaປາດຖະໜາ ຢາກເພີ່ມທະວີການຮ່ວມມືຫຼາຍດ້ານກັບຫວຽດນາມ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູ່​ຍ​ແທງ​ເຊີນ (ຊ້າຍ) ແລະ ລັດຖະມົນຕີການຕ່າງປະເທດ Slovakia Peter Burian

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 10 – 11/7/2014, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູ່​ຍ​ແທງ​ເຊີນ ມີ​ການ​ຢ້ຽມຢາມ ​ແລ​ະ ​ທາ​ບທາມ​ດ້ານ​ການ​ເມືອງ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ Slovakia. ​ໃນ​ບົດ​ທາ​ບທາມ​ດ້ານ​ການ​ເມືອງ ​ແລ​ະ ການ​ພົບ​ປະ​ນັ້ນ, ຝ່າຍ Slovakia ຢືນຢັນ​ຖື​​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຫວຽດນາມ, ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຍູ້​ແຮງ​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ​ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ສະຫະ​ປະຊາ​ຊາດ, ASEM, ASEAN, EU, ປະກາດ​ໄດ້​ໃຫ້​ສັດຕະຍາບັນ PCA ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ, ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ຈັດ​ຕັ້ງ​ເຫດການ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2015.

    2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ການ​ຄ້າ ​ແລະ ການ​ລົງທຶນ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ເຊິ່ງ Slovakia ມີ​ທ່າ​​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ຄື: ກະສິກຳ, ພື້ນຖານ​ໂຄງ​ລ່າງ, ສິ່ງ​ແວດ​ລ້ອມ.​.​.​

    ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຝ່າຍ Slovakia ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ຜັນ​ແປ​ເຄັ່ງ​ຕຶງ​ໃນ​ໄລຍະ​ມໍ່ໆ​ມານີ້ ​ເມື່ອ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ - 981 ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ຢືນຢັນ​ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ການ​ຂັດ​ແຍ້​ງດ້ວຍ​ມາ​ດຕະການ​ໂດຍ​ສັນຕິວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ (UNCLOS) 1982.

 



ຂ່າວ/ບົດ​ອື່ນ