SOHR: ກອງທັບ ຊີຣີ ປົດປ່ອຍນະຄອນ Deir Ezzor ຈາກ IS

(VOVWORLD) - ຕາມອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ແລ້ວ, ວັນທີ 02 ພະຈິກ ກອງທັບ ຊີຣີ ແລະ ບັນດາກຳລັງສຳພັນທະມິດ ໄດ້ຍາດຄືນສິດຄວບຄຸມນະຄອນ Deir Ezzor ຈາກພວກກະບົດ “ລັດອິດສະລາມ” (IS), 
SOHR: ກອງທັບ ຊີຣີ ປົດປ່ອຍນະຄອນ Deir Ezzor ຈາກ IS - ảnh 1ພາບປະກອບ /  AFP/TTXVN

ໃນບັ້ນຮົບໜຶ່ງທີ່ແກ່ຍາວເປັນເວລາ 2 ເດືອນ ເຊິ່ງໄດ້ຮັບການໜູນຫລັງຈາກ ລັດເຊຍ. SOHR ໄດ້ຄັດສະເໜີບັນດາແຫຼ່ງຂ່າວ ຊີຣີ ໃຫ້ຮູ້ວ່າ: ບັນດາກຳລັງລັດຖະບານ ຊີຣີ ແລະ ບັນດາມືປືນສັງກັດກຳລັງສຳພັນທະມິດ ແລະ ການໜູນຊ່ວຍຈາກກອງທັບອາກາດຂອງ ລັດເຊຍ ຍາດໄດ້ສິດຄວບຄຸມນະຄອນ Deir Ezzor ຢ່າງສົມບູນ. ຜູ້ອຳນວຍການ SOHR ທ່ານ Rami Abdel Rahman ຢືນຢັນວ່າ: ການປະທະກັນໄດ້ສິ້ນສຸດລົງ ແລະ ປັດຈຸບັນ ບັນດາກຳລັງລັດຖະບານ ຊີຣີ ພວມດຳເນີນບັນດາການເຄື່ອນໄຫວຈັດມ້ຽນມ້າງທຳລາຍລະເບີດບໍ່ທັນແຕກຫລັງສົງຄາມ. 

ຕອບກັບ

ຂ່າວ/ບົດ​ອື່ນ