SOM-DOC: ຢັ້ງ​ຢືນ​ຄືນ​ໃໝ່​ຄວາ​ມ​ສຳ​ຄັນ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ບັນດາປະເທດຕ້ອງຢັ້ງຢືນຄືນໃໝ່ຄວາມສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ເຄົາລົບບັນດາຫຼັກການ
SOM-DOC: ຢັ້ງ​ຢືນ​ຄືນ​ໃໝ່​ຄວາ​ມ​ສຳ​ຄັນ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ (ພາບ: TTXVN)

ວັນທີ 17 ພຶດສະພາ, ຢູ່ຮະລອງ, ກວາງນິງ ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນຄັ້ງທີ 20 ກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (SOM-DOC). ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ຢູ່ກອງປະຊຸມ, ບັນດາປະເທດໄດ້ຢັ້ງຢືນຄຸນຄ່າ ແລະ ຄວາມສຳຄັນຂອງ DOC ຕໍ່ພາກພື້ນ, ແບ່ງປັນຄວາມວິຕົກກັງວົນກ່ຽວກັບບາງການຜັນແປທີ່ສັບສົນຢູ່ທະເລຕາເວັນອອກ ໃນໄລຍະຜ່ານມາ ແລະ ເນັ້ນໜັກວ່າ ອາຊຽນ ແລະ ຈີນຕ້ອງປະຕິບັດທຸກເງື່ອນໄຂທີ່ໄດ້ລະບຸໃນDOC ຢ່າງເຂັ້ມງວດ, ມີປະສິດທິຜົນ ແລະ ຄົບຖ້ວນ. ບັນດາປະເທດຕ້ອງຢັ້ງຢືນຄືນໃໝ່ຄວາມສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ເຄົາລົບບັນດາຫຼັກການຄື: ປະຕິບັດການຈຳກັດ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ເນັ້ນໜັກວ່າ ອາຊຽນ ແລະ ຈີນ ຕ້ອງຖືບັນດາຂໍ້ກຳນົດຂອງກົດໝາຍສາກົນ ແລະ UNCLOS ເປັນເຂັມຊີ້ທິດ ໃຫ້ແກ່ບັນດາການເຄື່ອນໄຫວຢູ່ທະເລ. ໃນຂະນະທີ່ຍູ້ແຮງບັນດາຄວາມມານະພະຍາຍາມເພື່ອບັນລຸໄດ້ COC ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS, ໂດຍປະຊາຄົມສາກົນສະໜັບສະໜູນ, ບັນດາປະເທດຕ້ອງປະຕິບັດທຸກເງື່ອນໄຂຂອງ DOC ຢ່າງເຂັ້ມງວດ ແລະ ຄົບຖ້ວນ. ຄວາມມານະພະຍາຍາມນີ້ກໍ່ຈະປະກອບສ່ວນສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ວິວັດການເຈລະຈາ COC.

ກ່ອນໜ້ານັ້ນໃນລະຫວ່າງວັນທີ 15 – 16 ພຶດສະພາ, ຫວຽດນາມ ແລະ ຟີລິບປິນ ໄດ້ຈັດກອງປະຊຸມກຸ່ມຮ່ວມກັນປະຕິວັດວຽກງານກ່ຽວກັບບັນຫາທະເລ ແລະ ມະຫາສະໝຸດທະເລຄັ້ງທີ 10. ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ການຮ່ວມມືບັນຫາທະເລບໍ່ພຽງແຕ່ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ