S&P Global ຫຼຸດ​​ລະ​ດັບ​ການ​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ພາ​ກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -S&P Global ກໍໄດ້ຫຼຸດລະດັບອັດຕາການເຕີບໂຕຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈາກລະດັບ 5,6% ລົງເຫຼືອພຽງ 5% ຍ້ອນຄວາມຕ້ອງການທົ່ວໂລກຫຼຸດລົງ ແລະ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດຂອງພາກພື້ນໃນປີ 2022.
S&P Global ຫຼຸດ​​ລະ​ດັບ​ການ​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ພາ​ກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ທ່າກ່ຳປັ່ນຂົນສົ່ງສິນຄ້າແຫ່ງໜຶ່ງຂອງ ໄທ (ພາບ: Reuters)

ວັນທີ 29 ມີນາ, ອົງການຈັດອັນດັບຄວາມໄວ້ວາງໃຈ S&P Global ຄາດຄະເນວ່າ ພາກພື້ນ ອາຊີ - ປາຊີຟິກ ຈະເຕີບໂຕຢ່າງແຮງ ຢູ່ໃນລະດັບ 5,1% ໃນປີນີ້ ແລະ ປະມານ 4,5% ໃນປີ 2023 – 2025, ເຊິ່ງເຮັດໃຫ້ພາກພື້ນນີ້ຍັງຄົງແມ່ນພາກພື້ນພັດທະນາໄວທີ່ສຸດໃນໂລກ. ໃນຕາຕະລາງອັບເດດເສດຖະກິດປະຈຳໄຕມາດສຳລັບພາກພື້ນ ອາຊີ - ປາຊີຟິກ, S&P Global ຄາດຄະເນວ່າ ການເຕີບໂຕເສດຖະກິດຂອງ ຍີ່ປຸ່ນ, ສ.ເກົາຫຼີ ແລະ ໄທເປ - ຈີນ ໂດຍພື້ນຖານແລ້ວຈະບໍ່ມີການປ່ຽນແປງ ເພາະວ່າ ບັນດາພື້ນຖານເສດຖະກິດນີ້ໄດ້ຮັບຖືວ່າມີຄວາມສາມາດຕ້ານຢັນໄດ້ດີຕໍ່ບັນຫາໄພເງິນເຟີ້. S&P Global ກໍໄດ້ຫຼຸດລະດັບອັດຕາການເຕີບໂຕຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈາກລະດັບ 5,6% ລົງເຫຼືອພຽງ 5% ຍ້ອນຄວາມຕ້ອງການທົ່ວໂລກຫຼຸດລົງ ແລະ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດຂອງພາກພື້ນໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ