S&P: ຫວຽດນາມ ມີຄວາມສາມາດບົ່ມຊ້ອນກາຍເປັນໜຶ່ງໃນບັນດາຕະຫຼາດພົ້ນເດັ່ນໃໝ່ມີການເຕີບໂຕໄວສຸດຢູ່ ອາຊີ

(VOVWORLD) - ຕາມ S&P ແລ້ວ, ໃນໄລຍະກາງ, ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ຮັບຮູ້ບາງກຳລັງໜູນເຕີບໂຕຕົ້ນຕໍ່. ຕາມນັ້ນແລ້ວ, ຫວຽດນາມ ຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກຄ່າແຮງງານຕ່ຳພໍສົມຄວນ.

ວັນທີ 5 ຕຸລາ, ເວບໄຊ spglobal.com ຂອງບໍລິສັດ ໄຈ້ແຍກຕະຫຼາດທົ່ວໂລກ S&P ທີ່ມີສຳນັກງານຕັ້ງຢູ່ ອາເມລິກາ ໄດ້ລົງບົດຂຽນ ຍົກອອກບັນດາຈຸດທີ່ສະແດງໃຫ້ເຫັນວ່າ ໃນ 5 ປີຈະມາເຖິງ, ຫວຽດນາມ ຈະກາຍເປັນໜຶ່ງໃນບັນດາຕະຫຼາດຫາກໍ່ພົ້ນເດັ່ນມີການເຕີບໂຕໄວສຸດຢູ່ພາກພື້ນ ອາຊີ.

        ຕາມ S&P ແລ້ວ, ໃນໄລຍະກາງ, ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ຮັບຮູ້ບາງກຳລັງໜູນເຕີບໂຕຕົ້ນຕໍ່. ຕາມນັ້ນແລ້ວ, ຫວຽດນາມ ຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກຄ່າແຮງງານຕ່ຳພໍສົມຄວນ. ຫວຽດນາມ ມີກຳລັງແຮງງານຫຼາຍ ແລະ ໄດ້ບຳລຸງສ້າງເປັນຢ່າງດີເມື່ອທຽບໃສ່ຫຼາຍປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເຮັດໃຫ້ ຫວຽດນາມ ກາຍເປັນສູນຜະລິດທີ່ດຶງດູດບັນດາກຸ່ມບໍລິສັດນາໆຊາດ. ຄາດວ່າ, ຂົງເຂດພື້ນຖານໂຄງລ່າງຈະໄດ້ລົງທຶນຢ່າງແຮງ ໃນຂະນະທີ່ພື້ນຖານເສດຖະກິດສືບຕໍ່ເຕີບໂຕສູງໃນທົດສະວັດຈະມາເຖິງ. S&P ຕີລາຄາວ່າ ບັນດາກຸ່ມບໍລິສັດນາໆຊາດພວມມີທ່າອ່ຽງຫັນລະບົບການສະໜອງການຜະລິດເປັນຫຼາຍຮູບຫຼາຍແບບ ເພື່ອຫລຸດຜ່ອນຄວາມສ່ຽງຍ້ອນການສະໜອງຖືກຕັດຕອນໃນສະພາບພູມສາດການເມືອງໃນປະຈຸບັນ. ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ນິຍົມຂອງບັນດາວິສາຫະກິດ ສ ເກົາຫຼີ ແລະ ຍີ່ປຸ່ນ ທີ່ເລືອກເຟັ້ນເພື່ອເຄື່ອຍຍ້າຍການຜະລິດມາຍັງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ