StandardCharterredຄາດຄະເນຈີດີພີຫວຽດນາມອາດສາມາດບັນລຸໄດ້6,9%

StandardCharterredຄາດຄະເນຈີດີພີຫວຽດນາມອາດສາມາດບັນລຸໄດ້6,9% - ảnh 1
(ພາບ​ປະ​ກອບ)

(vovworld) - ຕາມ​ບົດ​ລາຍ​ງານ​ຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ​ທົ່ວ​ໂລກ​ຂອງ​ທະນາຄານ Standard Charterred ​ແລ້ວ, ຄາດ​ຄະ​ເນ​ວ່າ​ ລະດັບ​ເຕີບ​ໂຕ ຈີ​ດີ​ພີ​ ຂອງ​ ຫວຽດນາມ​ໃນ​ປີ 2016 ​ແມ່ນ 6,9%, ສູງກວ່າຫຼາຍ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ຂອງ​ຫຼາຍ​ອົງການ​ອື່ນໆ. ການ​ຄາດ​ຄະ​ເນ​ນີ້​ແມ່ນ​ອີງ​ໃສ່​ສອງ​ຂະ​ແໜງ​ທີ່​ພວມ​ເຕີບ​ໂຕ​ເປັນ​ຢ່າງ​ດີ ​ນັ້ນ​ແມ່ນ​ຂະ​ແໜງ​ຜະລິດ ​ແລະ ກໍ່ສ້າງ, ​ທ່ານ Marios Maratheftis, ຫົວໜ້າ​ກຸ່ມ​ຊ່ຽວຊານ​ທົ່ວ​ໂລກ​ຂອງ​ທະນາຄານ Standard Charterred, ຖື​ວ່າ, ບັນດາ​ຂົງ​ເຂດ​ ​ຈະ​ປະກອບສ່ວນ​ຫຼາຍ​ທີ່​ສຸດ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ ຫວຽດນາມ​ໃນ​ປີ 2016 ​ແມ່ນ ບໍລິ​ໂພ​ກ, ອຸປະ​ໂພ​ກ, ການ​ລົງທຶນ… ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມູນຄ່າ​ສົ່ງ​ອອກຂອງ ຫວຽດນາມ​ອາດ​ຈະ​ບໍ່​ເພີ່ມ​ຂຶ້ນ​ຫຼາຍ. ​ໃນ​ຂະນະ​ນັ້ນ, ທ່ານ Nirukt Sapru, ຜູ້ອຳນວຍການ​ໃຫຍ່​ທະນາຄານ​ Standard Charterred ປະຈຳ​ ຫວຽດນາມ ​ພັດ​ຖື​ວ່າ, ປີ 2016, ຫວຽດນາມ​ອາດ​ຈະ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ພື້ນຖານ​ເສດຖະກິດ​ພັດທະນາ​ໄວ​ອັນ​ດັບ​ສອງ​ຢູ່​ອາຊີ, ພຽງ​ແຕ່​ຖັດຈາກ​ອິນ​ເດຍ​ເທົ່າ​ນັ້ນ. ນອກ​ນັ້ນ, ຫວຽດນາມ​ຍັງ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ມີ​ກາລະ​ໂອກາດ​ລົງທຶນ​​ໄດ້ດີ​ຫຼາຍ​ຢ່າງ​ໃນ​ສະພາບ​ທີ່​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ​ຍັງ​ບໍ່​ທັນ​ເຕີບ​ໂຕ.

ຂ່າວ/ບົດ​ອື່ນ