Startup Kite 2020 ຊຸກຍູ້ຈິດໃຈເລີ່ມຕົ້ນທຸລະກິດຂອງນັກຮຽນ, ນັກສຶກສາ

(VOVWORLD) - ຕອນບ່າຍວັນທີ 28 ພຶດສະພາ, ທີ່ຮ່າໂນ້ຍ, ກົມໃຫຍ່ການສຶກສາອາຊີບ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ) ໄດ້ຈັດຕັ້ງພິທີປຸກລະດົມການເສັງ “ແນວຄວາມຄິດເລີ່ມຕົ້ນທຸລະກິດຂອງນັກຮຽນ, ນັກສຶກສາໃນຂະແໜງສຶກສາອາຊີບ” – Startup Kite 2020. 
Startup Kite 2020 ຊຸກຍູ້ຈິດໃຈເລີ່ມຕົ້ນທຸລະກິດຂອງນັກຮຽນ, ນັກສຶກສາ - ảnh 1 ພິທີປຸກລະດົມການເສັງ (ພາບ: laodong.vn)

ກ່າວຄຳເຫັນທີ່ພິທີ, ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢືນຢັນວ່າ:

        “ຂ້າພະເຈົ້າຫວັງວ່າ ການເສັງດັ່ງກ່າວ ຈະມີແນວຄວາມຄິດ, ຂໍ້ລິເລີ່ມຫລາຍຢ່າງ ທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະຄົນ, ແຕ່ລະໂຮງຮຽນ. ບັນດາແນວຄວາມຄິດນີ້ ເຖິງວ່າຈະນ້ອຍກໍ່ຕາມ ແຕ່ໃນອະນາຄົດຈະແມ່ນຈຸດປະກາຍແສງສະຫວ່າງ.

        ການເສັງ “ແນວຄວາມຄິດເລີ່ມຕົ້ນທຸລະກິດຂອງນັກຮຽນ, ນັກສຶກສາໃນຂະແໜງສຶກສາອາຊີບ” ລວມມີ 3 ຮອບ: ຮອບຄັດເລືອກແມ່ນເລີ່ມດຳເນີນແຕ່ວັນທີ 28 ພຶດສະພາ - ວັນທີ 15 ສິງຫາ, ຮອບຮອງຊະນະເລີດ (ດຳເນີນຕາມເຂດພາກແຕ່ວັນທີ 20 ສິງຫາ - ວັນທີ 10 ຕຸລາ), ຮອບຊີງຊະນະເລີດ (ດຳເນີນແຕ່ວັນທີ 14 – 15 ພະຈິກ) ຢູ່ນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ