SudanແລະSudanໃຕ້ ເຫັນດີຢຸດຕິການ ສະຫນັບສະຫນູນ ພວກທະຫານກະບົດ

SudanແລະSudanໃຕ້ ເຫັນດີຢຸດຕິການ ສະຫນັບສະຫນູນ ພວກທະຫານກະບົດ - ảnh 1
ກຳ​ລັງ​ທ​ະ​ຫານSudan ໃຕ້
ພາບ:Telegraph

(vovworld)-​ ​ ​ວັນ​ທີ 4/11, ທ່ານ Omar al Bashir ປະ​ທາ​ນາ​ທິ​ບໍ​ດີ Sudan ແລະ ຄູ່​ຕຳ​ແຫນ່ງ Sudan ໃຕ້, ທ່ານ Salva Kiir ໄດ້​ເຫັນ​ດີ​ເລີ່ມ​ບັນ​ດາ​ກົນ​ໄກເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ສະ​ຫນັບ​ສະ​ຫນູນ ແລະ ຫນູນ​ຫລັງ​ ​ບັນ​ດາ​ກຸ່ມ​ທະ​ຫານ​ກະ​ບົດ ພ້ອມ​ທັງ​ກະ​ກຽມ​ໃຫ້​ແກ່​ການ​ເປີດ ດ່​ານ​ຊາຍ​ແດນ 10 ລະ​ຫວ່າງ​ສອງ​ປະ​ເທດ​ຄືນ​ໃຫມ່. ຖະ​ແຫລງ​ການ​ຮ່ວມ​ຖືກ​ປະ​ກາດ​ພາຍ​ຫລັງ​ການ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ Khartoum ​ຢ່າງ​ເປັນ​ທາງ​ການຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ Salva Kiir, ສອງ​ຝ່າຍ ກໍ​ຢືນ​ຢັນ​ເຫັນ​ດີແຕ່ງ​ຕັ້ງ​ຜູ້​ນຳ​ຫນ້າ​ອຳ​ນາດ​ການ​ປົກ​ຄອງ​ເຂດ Abyei ຊື່ງ​ແມ່ນ​ເຂດ​ພວມ​ເກີດ​ການ​ພິ​ພາດ ແລະ ເນ​ັ້ນ​ຫນັກ​ເຖິງ​ບົດ​ບາດ​ຂອງ Sudan ໃນ​ເລື່ອງ​ເປັນ​ຄົນ​ກາງໄກ່​ເກ່ຍ​​ລະ​ຫວ່າງ​ບັນ​ດາ​ຝ່າຍ​ເປັນ​ປໍ​ລະ​ປັກ​ຢູ່ Sudan ໃຕ້.

 

 

ຂ່າວ/ບົດ​ອື່ນ