Taste of Australia 2019 ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງກ່ຽວກັບ ອາຫານການກິນ

(VOVWORLD) - ເຫດການ Taste of Australia 2019 ຈະສຸມໃສ່ຈັດຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່າໜັ໊ງ ແລະ ຍາຈາງ ເຊິ່ງຈະດໍາເນີນໃນຕະຫຼອດເດືອນ ພຶດສະພາ 2019 ດ້ວຍການເຄື່ອນໄຫວຫຼາຍຢ່າງກ່ຽວກັບ ອາຫານການກິນ, ລາຍການສະແດງສິລະປະ, ວັດທະນະທໍາທີ່ເປັນເອກະລັກສະເພາະ.

        ວັນທີ 23 ເມສາ, ທີ່ນະຄອນ ໂຮ່ຈີມິນ ຂອງຫວຽດນາມ, ສະຖານທູດ ອົດສະຕາລີ ປະຈໍາຫວຽດນາມ ແລະ ສະຖານກົງສູນໃຫຍ່ ອົດສະຕາລີ ຢູ່ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການແນະນໍາ ລາຍການ Taste of Australia 2019 (ລົດຊາດ ຂອງ ອົດສະຕາລີ) ຄັ້ງທີ 4 ປີ 2019, ເຫດການໄດ້ແນະນໍາອາຫານການກິນ, ວັດທະນະທໍາ ແລະ ວິທີການປຸງແຕ່ງອາຫານ ຂອງ ອົດສະຕາລີ ຢູ່ ຫວຽດນາມ.

        ເຫດການ Taste of Australia 2019 ຈະສຸມໃສ່ຈັດຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່າໜັ໊ງ ແລະ ຍາຈາງ ເຊິ່ງຈະດໍາເນີນໃນຕະຫຼອດເດືອນ ພຶດສະພາ 2019 ດ້ວຍການເຄື່ອນໄຫວຫຼາຍຢ່າງກ່ຽວກັບ ອາຫານການກິນ, ລາຍການສະແດງສິລະປະ, ວັດທະນະທໍາທີ່ເປັນເອກະລັກສະເພາະ.

        ໃນຂອບເຂດຂອງເຫດການ Taste of Australia 2019, ຄະນະຈັດຕັ້ງກໍຈະແນະນໍາກ່ຽວກັບລາຍການ “ປະເທດ ອົດສະຕາລີ ປັດຈຸບັນ ອາຊຽນ 2019” ເຊິ່ງມີລັກສະນະການທູດມະຫາຊົນ ຂອງ ລັດຖະບານ ອົດສະຕາລີ, ຜ່ານນັ້ນ ແນໃສ່ເຊີດຊູພະລັງຊີວິດ, ຄວາມມີຫຼາຍຮູບຫຼາຍແບບ ແລະ ກໍາລັງຄວາມສາມາດຂອງໄວໜຸ່ມ ຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ມີຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ