Timor Leste ພ້ອມ​ແລ້ວ​ທີ່​ຈະ​ກາຍ​ເປັນ​ສະ​ມາ​ຊິກ ອາ​ຊຽນ

(VOVWORLD) - ຄະນະປະຕິບັດງານ ASCC ໄດ້ຕີລາຄາສູງບັນດາຜົນງານໃນການພັດທະນາວັດທະນະທຳ - ສັງຄົມເຊິ່ງ Timor Leste ບັນລຸໄດ້ ແລະ ຊົມເຊີຍການເຂົ້າຮ່ວມຂອງປະເທດນີ້ໃນການເຄື່ອນໄຫວວາງແຜນກຳນົດນະໂຍບາຍຂອງ ອາຊຽນ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດ.

ໃນການເຮັດວຽກກັບຄະນະປະຕິບັດງານຂອງ ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (ASCC) ແຕ່ວັນທີ 6 – 8 ກໍລະກົດ, Timor Leste ຢັ້ງຢືນຄືນໃໝ່ວ່າ ພ້ອມແລ້ວທີ່ຈະກາຍເປັນສະມາຊິກ ຂອງ ອາຊຽນ. ໃນການປະຕິບັດງານຊອກຮູ້ຕົວຈິງຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ASCC (SOCA), ປະເທດເຈົ້າພາບ Timor Leste ກໍສະໜອງຂໍ້ມູນກ່ຽວກັບໂຄງການສາທາລະນະສຸກ, ການສຶກສາ ແລະ ສອນວິຊາຊີບ, ແຮງງານ, ສິ່ງແວດລ້ອມ ແລະ ປ່າໄມ້, ລະບົບເຕືອນໄພສຸກເສີນ, ການບໍລິການສັງຄົມ ແລະ ສະຫວັດດີການສັງຄົມໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງສູງກວ່າເພິ່ນ, ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຜູ້ທີ່ຕົກເປັນເຫຍື່ອຂອງການໃຊ້ຄວາມຮຸນແຮງ, ຂໍ້ມູນຂ່າວ ແລະ ການສື່ສານ… ໃນກອງປະຊຸມສຸດທ້າຍ, ຄະນະປະຕິບັດງານ ASCC ໄດ້ຕີລາຄາສູງບັນດາຜົນງານໃນການພັດທະນາວັດທະນະທຳ - ສັງຄົມເຊິ່ງ Timor Leste ບັນລຸໄດ້ ແລະ ຊົມເຊີຍການເຂົ້າຮ່ວມຂອງປະເທດນີ້ໃນການເຄື່ອນໄຫວວາງແຜນກຳນົດນະໂຍບາຍຂອງ ອາຊຽນ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດ.

        ພາຍຫຼັງສິ້ນສຸດການປະຕິບັດງານ, ASCC ຈະສົ່ງບົດລາຍງານຕີລາຄາຕໍ່ SOCA ກ່ອນທີ່ຈະຍື່ນສະເໜີຕໍ່ສະພາປະສານງານ ອາຊຽນ ເພື່ອພິຈາລະນາຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ