TIN DAO

ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ພາກ​ພື້ນ ​ແລະ ສາກົນ,​ ສອງ​ຝ່າຍ​ເຫັນ​ດີ​ຍູ້​ແຮງ​ການ​ປະສານ​ສົມທົບ ​ແລະ ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ອື່ນ ມາ​ນະພະ​ຍາ​ຍາມ​ຍູ້​ແຮງ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015, ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນຢູ່​ພາກ​ພື້ນ ​ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນຄົງ ​ແລະ ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ ຫລີ​ຊຽນຫລົງ ຢືນຢັນ​ວ່າ:​ສິງກະ​ໂປ​ສືບ​ຕໍ່​ຮ່ວມ​ມື ​ແລະ ສະຫນັບສະຫນູນ​ຫວຽດນາມ ​ໃນ​ວິວັດ​ການ​ເຈລະຈາ TPP. ນາຍົກລັດຖະມົນຕີທັງສອງ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ເນັ້ນ​ຫນັກ​ຄວາມ​ສາມັກຄີ, ບົດບາດ​ຕັ້ງຫນ້າ​ຂອງ​ອາ​ຊຽນ ພ້ອມ​ທັງ​ເຊີດ​ຊູ​ບັນດາ​ຫລັກການ​ລວມຂອງ​ອາ​ຊຽນ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫລີ​ຊຽນຫລົງ ຖະ​ແຫລ​ງ ຍົກ​ການ​ພົວພັນ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ ສິງກະ​ໂປ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ