Top 50 ບໍ​ລິ​ສັດ​ມະ​ຫາ​ຊົນ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ ແລະ ມີປະ​ສິດ​ທິ​ຜົນ​ໃນ​ປີ 2021

(VOVWORLD) -Vietnam Report ຈະຄັດເລືອກບັນດາບໍລິສັດທີ່ມີມາດຖານຢ່າງຄົບຖ້ວນ ເພື່ອຈັດອັນດັບຕາມ 4 ດັດຊະນີ: ລາຍຮັບ, ກຳໄລ, ຊັບສິນ ແລະ ການຫັນເປັນທຶນໃນຕະຫຼາດຢ່າງໜ້ອຍສຸດ 500 ຕື້ດົ່ງ. 
Top 50 ບໍ​ລິ​ສັດ​ມະ​ຫາ​ຊົນ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ ແລະ ມີປະ​ສິດ​ທິ​ຜົນ​ໃນ​ປີ 2021 - ảnh 1ພາບປະກອບ: TTXVN

ຕາມຂໍ້ມູນຈາກບໍລີສັດຫຸ້ນສ່ວນລາຍງານການຕີລາຄາ ຫວຽດນາມ (Vietnam Report) ແລ້ວ, ຫົວໜ່ວຍນີ້ຫາກໍ່ປະກາດ Top 50 ບໍລິສັດມະຫາຊົນທີ່ມີອິດທິພົນຊື່ສຽງ ແລະ ມີປະສິດທິຜົນທີ່ສຸດໃນປີ 2021. ບັນຊີລາຍຊື່ບັນດາບໍລິສັດລວມມີ: ບໍລິສັດຫຸ້ນສ່ວນVinhomes(ກຸ່ມບໍລິສັດVingroup), ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ ຮ່ວາຟາດ, ທະນາຄານການຄ້າຫຸ້ນສ່ວນ ການຄ້າຕ່າງປະເທດ ຫວຽດນາມ… ພ້ອມກັບວິສາຫະກິດຫຼາຍແຫ່ງທີ່ຂຶ້ນກັບບັນດາຂະແໜງການ, ຂົງເຂດຄື: ການດຳເນີນທຸລະກິດ ອະສັງຫາລິມະຊັບ, ການຜະລິດປຸງແຕ່ງດຳເນີນທຸລະກິດອາຫານ, ວັດສະດຸກໍ່ສ້າງ, ອຸປະກອນເອເລັກໂຕນິກໂທລະຄົມມະນາຄົມ.

ນີ້ແມ່ນໝາກຜົນຂອງການຄົ້ນຄ້ວາຢ່າງພາວະວິໄສ, ມີວິທະຍາສາດ ແລະ ເອກະລາດ ບົນພື້ນຖານການຕີລາຄາບັນດາບໍລິສັດມະຫາຊົນ. ຕາມນັ້ນແລ້ວ, Vietnam Report ຈະຄັດເລືອກບັນດາບໍລິສັດທີ່ມີມາດຖານຢ່າງຄົບຖ້ວນ ເພື່ອຈັດອັນດັບຕາມ 4 ດັດຊະນີ: ລາຍຮັບ, ກຳໄລ, ຊັບສິນ ແລະ ການຫັນເປັນທຶນໃນຕະຫຼາດຢ່າງໜ້ອຍສຸດ 500 ຕື້ດົ່ງ. Vietnam Report ຮຽບຮຽງເປັນບັນຊີລາຍຊື່ສະເພາະສຳລັບ ບໍລິສັດໃຫຍ່ທີ່ສຸດ 100 ແຫ່ງ ໃນ 4 ດັດຊະນີດັ່ງກ່າວ. ບໍລິສັດຕ້ອງມີເງື່ອນໄຂຢ່າງໜ້ອຍສຸດ 1 ໃນບັນດາເງື່ອນໄຂດັ່ງກ່າວ ເພື່ອມີເງື່ອນໄຂຢ່າງພຽງພໍທີ່ຈະໄດ້ຮັບການຈັດອັນດັບໃນຕາຕະລາງ.

ຕອບກັບ

ຂ່າວ/ບົດ​ອື່ນ