Tour ທ່ອງທ່ຽວພະຈົນໄພຢູ່ຖ້ຳ ເຊີນດ່ອງ ປີ 2024 ໄດ້ຂາຍໝົດແລ້ວ

(VOVWORLD) - ເພື່ອເຂົ້າຮ່ວມ tour ທ່ອງທ່ຽວ, ນັກທ່ອງທ່ຽວຢູ່ພາຍໃນ ແລະ ສາກົນ 200 ຄົນ ໄດ້ຈອງປີ້ໄປທ່ອງທ່ຽວຖ້ຳດັ່ງກ່າວໃນປີ 2025.
Tour ທ່ອງທ່ຽວພະຈົນໄພຢູ່ຖ້ຳ ເຊີນດ່ອງ ປີ 2024 ໄດ້ຂາຍໝົດແລ້ວ - ảnh 1ຖ້ຳ ເຊີນດ່ອງ ໃຫຍ່ສຸດໃນໂລກ
(ພາບ: TTXVN)

ວັນທີ 23 ທັນວາ, ບໍລິສັດ Oxalis, ຫົວໜ່ວຍໜຶ່ງດຽວໄດ້ຂຸດຄົ້ນ tour ທ່ອງທ່ຽວຢູ່ຖ້ຳ ເຊີນດ່ອງ ໃຫຍ່ສຸດໃນໂລກ, ໄດ້ແຈ້ງໃຫ້ຊາບວ່າ, ເຖິງວ່າຍັງບໍ່ທັນໝົດປີ 2023, ແຕ່ tour ທ່ອງທ່ຽວນີ້ໄດ້ຈ່ອງໝົດປີ 2024 ແລ້ວ. ເພື່ອເຂົ້າຮ່ວມ tour ທ່ອງທ່ຽວ, ນັກທ່ອງທ່ຽວຢູ່ພາຍໃນ ແລະ ສາກົນ 200 ຄົນ ໄດ້ຈອງປີ້ໄປທ່ອງທ່ຽວຖ້ຳດັ່ງກ່າວໃນປີ 2025.

ການທ່ອງທ່ຽວຢູ່ຖ້ຳ ເຊີນດ່ອງ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາ tour ທ່ອງທ່ຽວພະຈົນໄພຢູ່ ຫວຽດນາມ ທີ່ດຶງດູດໃຈແຂກທ່ອງທ່ຽວສາກົນ. ໃນການຄົ້ນຫານີ້, ແຂກທ່ອງທ່ຽວໄດ້ຮັບຊົມປ່າແຫ່ງຕ່າງໆ, ພ້ອມກັບຄວາມອຸດົມສົມບູນ, ຊີວະນາໆພັນທີ່ເປັນຫຼາຍຮູບຫຼາຍແບບຢູ່ໃນຖ້ຳ ເຊີນດ່ອງ; ຢ້ຽມຢາມບ້ານ ດ່ອງ ຂອງຊາວເຜົ່າ ບຣຸ ເວິນກຽວ… ປະຈຸບັນ, tour ທ່ອງທ່ຽວແມ່ນແກ່ຍາວໃນເວລາ 6 ວັນ, 5 ຄືນ. ແຕ່ລະ tour ທ່ອງທ່ຽວມີແຂກທ່ອງທ່ຽວ 10 ຄົນ ແລະ ມີຜູ້ຮັບໃຊ້ປະມານ 30 ຄົນ, ເຊິ່ງແມ່ນບັນດານັກຊ່ຽວຊານຄວາມປອດໄພຖ້ຳ, ຜູ້ນຳທ່ຽວ, ພໍ່ຄົວ…

ຕອບກັບ

ຂ່າວ/ບົດ​ອື່ນ