TPPແມ່ນພາກສ່ວນສຳຄັນໃນນະໂຍບາຍສ້າງຄວາມດຸ່ນດຽງຄືນໃໝ່ຂອງອາເມລິກາຢູ່ອາຊີ

TPPແມ່ນພາກສ່ວນສຳຄັນໃນນະໂຍບາຍສ້າງຄວາມດຸ່ນດຽງຄືນໃໝ່ຂອງອາເມລິກາຢູ່ອາຊີ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Ashton Carter
(ພາບ: AP)

(vovworld) – ໃນ​ບາດ​ກ້າວ​ໜຶ່ງ​ທີ່​ສ່ອງ​ແສງ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ແລກ​ປ່ຽນດ້ານ​ການ​ຄ້າ ສຳ​ລັບ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ ອາ​ເມ​ລິ​ກາ ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ວັນ​ທີ 6/4, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Ashton Carter ໄດ້​​ຖະ​ແຫຼງ​ສະ​ໜັບ​ສະ​ໜູນ​ເລື່ອງ​ປະ​ຕິ​ບັດ​ສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP). ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ Ashton Carter ໃຫ້​ຮູ້​ວ່າ: ນະ​ໂຍ​ບາຍ​ຂອງ ອາ​ເມ​ລິ​ກາ ແມ່ນ​ສ້າງ​ສະ​ຖຽ​ນລະ​ພ​າບ ແລະ ຄວາມວັ​ດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ ອ​າ​ຊີ - ປາ​ຊີ​ຟິກ. ປະ​ຈຸ​ບັນ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ພວມກະ​ຕຸກ​ຊຸກ​ຍູ້​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 114 ໂດຍ​ພັກ​ສາ​ທາ​ລະ​ນະ ກຳ​ສິດ​ຄວບ​ຄຸມ, ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍມອບ​ສິດ​ເຈ​ລະ​ຈາ​ໂດຍ​ໄວ​​ໃຫ້​ອຳ​ນາ​ດ​ການ​ປົກ​ຄອງ Barack Obama ເພື່ອ​ແນ​ໃສ່​ຊຸກ​ຍູ້​ວິ​ວັດ​ການ​ເຈ​ລະ​ຈາ​ຍ້ອນ TPP ບໍ່​ພຽງ​ແຕ່​ແມ່​ນ​ໜຶ່ງ​ໃນ​ບັນ​ດາ​ພາກ​ສ່ວນ​ສຳ​ຄັນ​ທີ່​ສຸດ​ໃນ​ນະ​ໂຍ​ບາຍ​ສ້າງ​ຄວາມ​ດຸ່ນ​ດຽງ​ຄືນ​ໃໝ່​ຂອງ ອ​າ​ເມ​ລິ​ກາ ຢູ່ ອາ​ຊີ ເທົ່​ານັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ຍຸ​ດ​ທະ​ສາດ​​ທີ່​ກ້​ວາງ​ໃຫຍ່​ອີກ​ດ້ວຍ, ພ້ອມ​ທັງ​ຢັ້ງ​ຢື​ນ​ຄຳໝັ້ນ​ສັນ​ຍາ​ຍາວ​ນານ​ຂອງ ອາ​ເມ​ລິ​ກາ ສຳ​ລັບ​ພ​າກ​ພື້ນ ອາ​ຊີ - ປາ​ຊີ​ຟິກ.

        ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ກ່າວ​ຄຳ​ເຫັນ​ສະ​ໜັບ​ສະ​ໜູນ TPP ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Arizona University ກ່ອນ​ທີ່​ໄປ​ປະ​ຕິ​ບັດ​ງານ​​ຢູ່ ຍີ່​ປຸ່ນ ແລະ ສ. ເກົາຫຼີ ໃນ​ລະ​ຫວ່າງວັນ​ທີ 7 – 11/4. ນີ້​ຈະ​ແມ່ນ​ການ​ປະ​ຕິ​ບັດ​ງານ​ຄັ້ງ​ທຳ​ອິດ​​ຂອງ​ທ່ານ Carter ເຖິງ​ພາກ​ພື້ນ ອາ​ຊີ ນັບ​ແຕ່​​ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດເມື່ອ​ເດືອນ 2 ຜ່ານ​ມາ.

 

 

ຂ່າວ/ບົດ​ອື່ນ