Tunisiaມີນາຍົກລັດຖະມົນຕີຄົນໃໝ່

Tunisiaມີນາຍົກລັດຖະມົນຕີຄົນໃໝ່ - ảnh 1
ທ່ານ Habib Essid
(ພາບ: AFP/TTXVN)

(vovworld) –  ​​ວັນ​ທີ 5/1, ທ່ານ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ Tunisia Mohamed Ennaceur ປະ​ກາດ​ວ່າ: ທ່ານອະ​ດີດ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ Habib Essid ໄດ້​ຮັບ​ການ​ແຕ່ງ​ຕັ້ງ​​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ປະ​ເທດນີ້ ແລະ ມີ​ໜ້າ​ທີ່​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່​ພາຍຫຼັງ​ບັນ​ດາ​ພັກ​ການ​ເມືອງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ. ທ່ານ Habib Essid, ອາ​ຍຸ 65 ປີ, ເຄີຍ​ເຮັດ​ວຽກ​ໃນ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ben Ali ແລະ ກໍ່​ເຄີ​ຍ​​ດຳ​ລົງ​ຕຳ​ແໜ່ງ​​ເປັນລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ Tunisia ພາ​ຍຫຼັງ​ການ​ລຸກ​ຮື້​ຂຶ້ນ​​ໂຄ່ນ​ລົ້ມ​ທ່ານ Ben Ali ເມື່ອປີ 2011. ຕາມ​ລັດ​ຖະ​ທຳ​ມະ​ນູນ Tunisia ແລ້ວ, ທ່ານ Essid ມີ​ເວ​ລາ 1 ເດືອນ​ເພື່ອ​ສ້າງ​ບັນ​ຊີ​ລາຍ​ຊື່​ຄະ​ນະ​ລັດ​ຖະ​ບານ​ໃໝ່.


ຂ່າວ/ບົດ​ອື່ນ