U20 ຫວຽດນາມສະແດງຄວາມຕັດສິນໃຈຢູ່ເວທີແຂ່ງຂັນໂລກ

(VOVWORLD) -ໃນເວລາ 20 ໂມງ, ວັນທີ 22 ພຶດສະພາ, ຢູ່ສະໜາມກິລາ Cheonan, ທິມບານເຕະ U20 ຫວຽດນາມ ໄດ້ສະເໜີກັບທິມບານເຕະ U20 ນີວຊີແລນ 0 ປະຕູຕໍ່ 0 ໃນການແຂ່ງຂັນເປັນນັດທຳອິດໃນຮອບຄັດເລືອກ World Cup U20. 

U20 ຫວຽດນາມສະແດງຄວາມຕັດສິນໃຈຢູ່ເວທີແຂ່ງຂັນໂລກ - ảnh 1 ທິມບານເຕະ U20 ຫວຽດນາມ 

(ພາບ: TTXVN)

ດ້ວຍ 1 ຄະແນນທີ່ຍາດໄດ້ພາຍຫຼັງການແຂ່ງຂັນເປັນນັດທຳອິດ, U20 ໄດ້ກາຍເປັນທິມບານເຕະອາຊີຕາເວັນອອກສ່ຽງໃຕ້ ທຳອິດທີ່ຍາດໄດ້ຄະແນນໃນການແຂ່ງຂັນ World Cup.

        ຕໍ່ໜ້າໝາກຜົນການແຂ່ງຂັນຂອງທິມ ຫວຽດນາມ, ແວັບໄຊຂອງ FIFA ໄດ້ອວຍພອນການແຂ່ງຂັນເຕະບານຂອງທິມ U20 ຫວຽດນາມ. ສ່ວນແວັບໄຊ Fox Sports Asia ເນັ້ນໜັກວ່າ “ລັກສະນະກົດລະບຽບ ແລະ ຄວາມແຂງແກ່ນຂອງຫວຽດນາມ ແມ່ນມີຄວາມປະທັບໃຈຫຼາຍ. ເຂົາເຈົ້າເຕະບານດ້ວຍຄວາມມຸ່ງຫວັງຢ່າງແຮງ”.

        ເມື່ອຕີລາຄາກ່ຽວກັບການແຂ່ງຂັນດັ່ງກ່າວ, ສື່ເອລັກໂຕນິກ Stuff ຂອງ ນິວຊີແລນ ໃຫ້ຂໍ້ສັງເກດວ່າ U20 ຫວຽດນາມ ແຂ່ງຂັນໃນ 45 ນາທີທຳອິດແມ່ນມີຄວາມປະທັບໃຈຫຼາຍ, ບຽດສີກັບທິມຄູ່ຕໍ່ສູ້.

ຕອບກັບ

ຂ່າວ/ບົດ​ອື່ນ