U22 ຫວຽດນາມ ແຂ່ງຂັນກັບທິມຊາດບັນດາດາລາເຕະບານ K.League

(VOVWORLD) - ຕອນຄຳ່ວັນທີ 29/7, ຢູ່ສະໜາມກິລາແຫ່ງຊາດ ມີ້ດິ່ງ, ຮ່າໂນ້ຍ, ດຳເນີນການແຂ່ງຂັນເຕະບານມິດຕະພາບສາກົນ
U22 ຫວຽດນາມ ແຂ່ງຂັນກັບທິມຊາດບັນດາດາລາເຕະບານ K.League - ảnh 1 (U22 ຫວຽດນາມ ແຂ່ງຂັນກັບທິມຊາດບັນດາດາລາເຕະບານ K.League)

 ລະຫວ່າງທິມຊາດ U22 ຫວຽດນາມ ກັບທິມຊາດບັນດາດາລາເຕະບານຊິງຊະນະເລີດແຫ່ງຊາດ ສ.ເກົາຫຼີ - K.League. ຄູເຝິກ U22 ຫວຽດນາມ ຫງວຽນຫື້ວທັ໋ງ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າຄິດວ່າການແຂ່ງຂັນນີ້ຈະມຸ່ງໄປເຖິງສິ່ງທີ່ດີງາມກວ່າ, ເມື່ອມີໂອກາດໄດ້ແຂ່ງຂັນພ້ອມກັບບັນດາດາລາເຕະບານ ສເກົາຫຼີ, ລູກສິດຂອງຂ້າພະເຈົ້າຈະພະຍາຍາມແຂ່ງຂັນໃຫ້ດີ. ຂ້າພະເຈົ້າຫວັງວ່າຈະມີນັກເຕະບານ ຫວຽດນາມ ຫຼາຍຄົນໄດ້ໄປແຂ່ງຂັນຢູ່ K.League ແລະ J. League, ຄືແນວນັ້ນຂະແໜງເຕະບານ ຫວຽດນາມ ຈຶ່ງພັດທະນາກວ່າ ແລະ ທິມຊາດຂອງພວກເຮົາຈະແຂງກວ່ານີ້ຫຼາຍ“.

ຕອບກັບ

ຂ່າວ/ບົດ​ອື່ນ