UAE ພ້ອມ​ແລ້ວ​ທີ່​ຈະ​ໜ​ູນ​ຊ່ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສັນ​ຕິ​ພາບ​ ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ

(VOVWORLD) -ວັນທີ 23 ພຶດສະພາ, ອົງມົງກຸດລາຊະກຸມມານ ສະຫະລັດ ອາຣັບ ເອມມີເລດ (UAE) Sheikh Mohammed bin Zayed Al – Nahyan ໃຫ້ຮູ້ວ່າ ປະເທດນີ້ພ້ອມແລ້ວທີ່ຈະເຂົ້າຮ່ວມການຊຸກຍູ້ບັນດາຄວາມມານພະຍາຍາມສ້າງສັນຕິພາບລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ.
UAE ພ້ອມ​ແລ້ວ​ທີ່​ຈະ​ໜ​ູນ​ຊ່ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສັນ​ຕິ​ພາບ​ ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ - ảnh 1ນະຄອນ Khan Younis, ເຂດ Gaza ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ 19 ພຶດສະພາ (ພາບ: TTXVN)

ຕາມສຳນັກຂ່າວສານຂອງ UAE ແລ້ວ, ອົງມົງກຸດລາຊະກຸມມານ Mohammed bin Zayed Al – Nahyan ໄດ້ຍົກອອກຄຳປາໄສດັ່ງກ່າວໃນການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ອີຢິບ Abdel Fattah al – Sisi, ໃນນັ້ນ, ສະແດງໃຫ້ເຫັນການສະໜັບສະໜູນຂອງ UAE ຕໍ່ບັນດາຄວາມມານະພະຍາຍາມຂອງ ອີຢິບ ເພື່ອແນໃສ່ຊຸກຍູ້ຄຳສັ່ງຢຸດຍິງ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ອິດສະລາມ Hamas ຂອງ ປາແລັດສະຕິນ ຢູ່ເຂດ Gaza. ອົງມົງກຸດລາຊະກຸມມານ Mohammed ຢັ້ງຢືນວ່າ UAE ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຝ່າຍເພື່ອຮັກສາຄຳສັ່ງຢຸດຍິງ ແລະ ຊອກຫາວິທີການໃໝ່ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ບັນລຸໄດ້ສັນຕິພາບ.

        ພາຍຫຼັງເກີດການປະທະກັນທີ່ເຄັ່ງຕຶງມາເປັນເວລາ 11 ວັນ, ອິດສະຣາແອັນ ແລະ Hamas ກໍ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ, ໂດຍມີຜົນສັກສິດນັບແຕ່ເວລາ 2 ໂມງ ຂອງວັນທີ 21 ພຶດສະພາ ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ