UAE ອອກວີ​ຊາ​ທ່ອງ​ທ່ຽວ​ໃຫ້​ແກ່​ພົນ​ລະ​ເມືອງ ອິດ​ສະ​ລາ​ແອັນ

(VOVWORLD) -ວັນທີ 3 ທັນວາ, ສະຫະລັດ ອາຣັບ ເອມີເລັດ (UAE) ໄດ້ເປັຍການນຳໃຊ້ ວີຊາທ່ອງທ່ຽວໃຫ້ແກ່ພົນລະເມືອງ ອິດສະລາແອັນ. 
UAE ອອກວີ​ຊາ​ທ່ອງ​ທ່ຽວ​ໃຫ້​ແກ່​ພົນ​ລະ​ເມືອງ ອິດ​ສະ​ລາ​ແອັນ - ảnh 1ຊາວອິດສະລາແອັນຢູ່ສະໜາມບິນ Dubai (ພາບ: AFP) 

ນີ້ແມ່ນບາດກ້າວເດີນຫຼ້າສຸດ ຂອງ UAE ພາຍຫຼັງການຫັນປ່ຽນສ້າງການພົວພັນກັບ ອິດສະລາແອັນ ເປັນປົກກະຕິໃນເດືອນກັນຍາທີ່ຜ່ານມາ. ສຳນັກຂ່າວສານ WAM ຂອງ UAE ໄດ້ລົງຂ່າວຂອງກະຊວງການຕ່າງປະເທດ ປະເທດນີ້ ທີ່ປະກາດກ່ຽວກັບການອອກວີຊາທ່ອງທ່ຽວຜ່ານບັນດາບໍລິສັດການບິນ, ກໍ່ຄືບັນດາຫ້ອງການທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວທີ່ສະຫງວນໃຫ້ຜູ້ຖືໜັງສືຜ່ານແດນ ອິດສະລາແອັນ. ປັດຈຸບັນ, ສອງປະເທດນີ້ໄດ້ລົງນາມ ສົນທິສັນຍາຫຼາຍສະບັບກ່ຽວກັບບັນດາຖ້ຽວບິນໂດຍກົງ ແລະ ຍົກເວັ້ນວີຊາ, ພ້ອມກັບບັນດາສັນຍາກ່ຽວກັບການອາລັກຂາການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຢີ.

ຕອບກັບ

ຂ່າວ/ບົດ​ອື່ນ