UAE ແລະ ອິດສະຣາແອັນ ເພີ່ມທະວີການຮ່ວມມື

(VOVWORLD) -ຖ້ຽວບິນໂດຍບໍລິສັດການບິນລາຄາຖືກ Flydubai ທີ່ບິນຈາກ Dubai ຂອງສະຫະລັດອາຣັບເອັມມີເລດ (UAE) ໄດ້ລົງຈອດຢູ່ Tel Aviv, ປະເທດອິດສະຣາແອັນ

UAE ແລະ ອິດສະຣາແອັນ ເພີ່ມທະວີການຮ່ວມມື - ảnh 1ເຮືອບິນ Dubai – Flydubai

(ພາບ: AFP/TTXVN)

ວັນທີ 26 ພະຈິກ, ຖ້ຽວບິນໂດຍບໍລິສັດການບິນລາຄາຖືກ Flydubai ທີ່ບິນຈາກ Dubai ຂອງສະຫະລັດອາຣັບເອັມມີເລດ (UAE) ໄດ້ລົງຈອດຢູ່ Tel Aviv, ປະເທດອິດສະຣາແອັນ, ໄດ້ສ້າງຂີດໝາຍຖ້ຽວບິນການຄ້າທຳອິດລະຫວ່າງ 2 ນະຄອນນີ້.

        ຢູ່ໃນງານທີ່ໄດ້ຈັດຂຶ້ນເພື່ອຕ້ອນຮັບຖ້ຽວບິນພິເສດດັ່ງກ່າວຢ່າງເປັນທາງການຢູ່ສະໜາມບິນສາກົນ Ben Gurion ໃກ້ກັບ Tel Aviv. ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໄດ້ເນັ້ນໜັກວ່າ: “ນີ້ແມ່ນຈຸດເວລາປະຫວັດສາດ - ເຊິ່ງເປັນຖ້ຽວບິນການຄ້າຖ້ຽວທຳອິດລະຫວ່າງ Dubai ແລະ ອິດສະຣາແອັນ”.

        ກ່ອນໜ້ານັ້ນ, ບໍລິສັດການບິນທີ່ເປັນຂອງລັດ Dubai – Flydubai ໃຫ້ຮູ້ວ່າ, ຈະມີ 2 ຖ້ຽວບິນຕໍ່ວັນລະຫວ່າງ Dubai ແລະ Tel Aviv.

ຕອບກັບ

ຂ່າວ/ບົດ​ອື່ນ