UKVFTA ນ​ຳກາ​ລະ​ໂອ​ກາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນໃຫ້​ແກ່​ການ​ ສົ່ງ​ອອກ​ສິນ​ຄ້າ ຫວຽດ​ນາມ​​ຕື່ມ​ອີກ

(VOVWORLD) -ທ່ານ Kenneth Atkinson ປະທານ ສະຫະສະມາຄົມວິສາຫະກິດ ອັງກິດ ປະຈຳ ຫວຽດນາມ (Britcham), ໃຫ້ຂໍ້ສັງເກດວ່າ UKVFTA ຈະນຳກາລະໂອກາດໃນການເຕີບໂຕດ້ານການຄ້າ ແລະ ການໜູນຊ່ວຍດ້ານວຽກເຮັດງານທຳ
UKVFTA  ນ​ຳກາ​ລະ​ໂອ​ກາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນໃຫ້​ແກ່​ການ​ ສົ່ງ​ອອກ​ສິນ​ຄ້າ ຫວຽດ​ນາມ​​ຕື່ມ​ອີກ - ảnh 1UKVFTA  ນຳກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນໃຫ້ແກ່ການ ສົ່ງອອກສິນຄ້າ ຫວຽດນາມຕື່ມອີກ (ພາບ: TTXVN)

ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດໃນໂລກ, ສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກ ອັງກິດ (UKVFTA) ຫາກໍ່ໄດ້ຮັບການລົງນາມ ແລະ ມີຜົນສັກສິດ ທັນທີ ນັບແຕ່ວັນທີ 1 ມັງກອນ ປີ 2021 ເປັນຕົ້ນໄປ ເຊິ່ງໄດ້ຮັບການຕີລາຄາວ່າ ຈະສ້າງກຳລັງໜູນໃນການຊຸກຍູ້ພື້ນຖານເສດຖະກິດ ຫວຽດນາມ ບຸກທະລຸຢ່າງແຮງ ແລະ ມີບັນດາບາດກ້າວສຳຄັນໃນເສັ້ນທາງເຊື່ອມໂຍງເຂົ້າກັບສາກົນ.

        ທ່ານ Kenneth Atkinson ປະທານ ສະຫະສະມາຄົມວິສາຫະກິດ ອັງກິດ ປະຈຳ ຫວຽດນາມ (Britcham), ໃຫ້ຂໍ້ສັງເກດວ່າ UKVFTA ຈະນຳກາລະໂອກາດໃນການເຕີບໂຕດ້ານການຄ້າ ແລະ ການໜູນຊ່ວຍດ້ານວຽກເຮັດງານທຳ, ກໍ່ຄືການຊຸກຍູ້ການເຕີບໂຕມາໃຫ້ແກ່ທັງ 2 ປະເທດ ຫວຽດນາມ ແລະ ລາຊະອານາຈັກອັງກິດ. UKVFTA ຈະຊ່ວຍຮັບປະກັນການປະຕິບັດບັນດາລະບຽບການ ແລະ ຄຳໝັ້ນສັນຍາ ເຊິ່ງໄດ້ຮັບການຕົກລົງ ຈາກ ວິສາຫະກິດ ກໍ່ຄື ລັດຖະບານສອງປະເທດ ແຕ່ກ່ອນມາຮອດປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ