UN Women ໜູນ​ຊ່ວຍ​ຈຳ​ນວນ​ເງິນເກືອບ 1,4 ຕື້​ດົ່ງ ໃຫ້​ແກ່​ຄອບ​ຄົວ​ທຸກ​ຍາກ​ 600 ຄອບ​ຄົວຢູ່​ແຂວງ ລາວ​ກາຍ

(VOVWORLD) -ບ້ວງເງິນໜູນຊ່ວຍດັ່ງກ່າວ ມີມູນຄ່າເກືອບ 1,4 ຕື້ USD ເຊິ່ງໄດ້ຫັກຈາກ ກອງທຶນຮັບມືກັບໂລກລະບາດ ແລະ ຟື້ນຟູ ໂດຍດ່ວນ ຂອງ ສປຊ.
UN Women ໜູນ​ຊ່ວຍ​ຈຳ​ນວນ​ເງິນເກືອບ 1,4 ຕື້​ດົ່ງ ໃຫ້​ແກ່​ຄອບ​ຄົວ​ທຸກ​ຍາກ​ 600 ຄອບ​ຄົວຢູ່​ແຂວງ ລາວ​ກາຍ - ảnh 1UN Women ໜູນຊ່ວຍຈຳນວນເງິນເກືອບ 1,4 ຕື້ດົ່ງ ໃຫ້ແກ່ຄອບຄົວທຸກຍາກ 600 ຄອບຄົວຢູ່ແຂວງ ລາວກາຍ (ພາບ:  PV/Vietnam+)

ຄອບຄົວທຸກຍາກ ແລະ ຊາວເຜົ່າສ່ວນໜ້ອຍ 600 ຄອບຄົວ ຢູ່ 4 ຕາແສງ ອີຕີ໊, ປາແຈວ, ເຢັນທ່າງ ແລະ ຊ໋າງມາຊ໊າວ ຢູ່ເມືອງ ບາດຊາດ, ແຂວງ ລາວກາຍ ຂອງ ຫວຽດນາມ ທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ໄດ້ຮັບບ້ວງໜູນຊ່ວຍເປັນເງິນສົດຈາກ ອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women). ບ້ວງເງິນໜູນຊ່ວຍດັ່ງກ່າວ ມີມູນຄ່າເກືອບ 1,4 ຕື້ USD ເຊິ່ງໄດ້ຫັກຈາກ ກອງທຶນຮັບມືກັບໂລກລະບາດ ແລະ ຟື້ນຟູ ໂດຍດ່ວນ ຂອງ ສປຊ. ລາວກາຍ ແມ່ນແຂວງທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19. ເມື່ອເກີດໂລກລະບາດ, ລະດັບການເຕີບໂຕໄດ້ຫຼຸດລົງຢ່າງແຮງ ເພາະວ່າຈຳນວນແຂກທ່ອງທ່ຽວໄດ້ຫຼຸດລົງຢ່າງກະທັນຫັນ. ສິ່ງດັ່ງກ່າວຍິ່ງເພີ່ມພາລະແບກຫາບກ່ຽວກັບວຽກບ້ານການເຮືອນໃຫ້ແມ່ຍິງຕື່ມອີກ. ຕໍ່ໜ້າສະພາບການດັ່ງກ່າວ, ອົງການ UN Women ໄດ້ໃຫ້ການໜູນຊ່ວຍຊາວເຜົ່າສ່ວນໜ້ອຍທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ຢູ່ ລາວ ກາຍ, ແຕ່ລະຄອບຄົວໄດ້ຮັບເງິນ ເພື່ອປັບປຸງເງື່ອນໄຂດຳລົງຊີວິດ ແມ່ນ 2,3 ລ້ານ ດົ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ