UNASURຮຽກໂຮມກອງປະຊຸມວິສາມັນກ່ຽວກັບສະພາບການຢູ່ເວນາຊູເອລາ

UNASURຮຽກໂຮມກອງປະຊຸມວິສາມັນກ່ຽວກັບສະພາບການຢູ່ເວນາຊູເອລາ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​ ວັນ​ທີ 19/06, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັ​ນ​ທ​ະ​ມິດ​ບັນ​ດາ​ປະ​ເທດ​ອາ​ເລິ​ກາ​ໃຕ້ (UNASUR) ໄດ້​ແຈ​້ງ​ຂໍ້ຕົກ​ລົງ​​ຮ​ຽກ​ໂຮມກອງ​ປະ​ຊຸມວິ​ສາ​ມັ​ນ​ໃນ​ວັນ​ທີ 23/06 ຈ​ະ​ມາ​ເຖິງ ເພື່ອ​ຕີ​ລາ​ຄາ​ການເຈ​ລະ​ຈາ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ຝ່າຍ​ຄ້ານ ເວ​ນາ​ຊູ​ເອ​ລາ, ໂດຍ​ອົງ​ການນີ້​ເປັນ​ຄົນ​ກາງ​ໄກ​ເກ່ຍ. ແຈ້ງ​ການ​ຂອງ UNASUR ຊີ້​ແຈ້ງ​ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ແມ່ນແນ​ໃສ່​ຊອກ​ຫາ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ແກ້​ໄ​ຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ໃນ​ປະ​ຈຸ​ບັນ​ຢູ່ ເວ​ນາ​ຊູ​ເອ​ລາ. ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແອດ​ສະ​ປາຍ Jose Luis Rodriguez Zapatero; ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສ.Dominica, Leonel Fernandez ແລະ​ ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Panama, Martin Torrijos, ແມ່ນ​ບັນ​ດາ​ຜູ້​ທີ່​ເປັນ​ຄົນ​ກາງ​ໄກ​ເກ່ຍ ຈະ​ໄດ້​ຮັບ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມນີ້.

ຂ່າວ/ບົດ​ອື່ນ