UNCTAD ຄາດ​ຄະ​ເນ ​ເສດ​ຖະ​ກິດ​ທົ່ວ​ໂລກ​ຈະເຕີບ​ໂຕ ໃນ​ປີ 2021

(VOVWORLD) -ການເຕີບໂຕເສດຖະກິດໂລກໃນປີ 2021 ອາດຈະບັນລຸລະດັບ 4,7% ຍ້ອນມີການຟື້ນຟູທີ່ສູງກ່ວາເມື່ອທຽບໃສ່ກັບຄາດຄະເນຢູ່ ອາເມລິກາ. ນີ້ແມ່ນຂໍ້ສັງເກດ ທີ່ກອງປະຊຸມອົງການສະຫະປະຊາຊາດ ດ້ານການຄ້າ ແລະ ການພັດທະນາ (UNCTAD) ຍົກອອກມາໃນບົດລາຍງານຂອງວັນທີ 18 ມີນາ.
UNCTAD ຄາດ​ຄະ​ເນ ​ເສດ​ຖະ​ກິດ​ທົ່ວ​ໂລກ​ຈະເຕີບ​ໂຕ ໃນ​ປີ 2021 - ảnh 1ຮ້ານ JCPenney ຢູ່ ລັດ Pennsylvania, ປະເທດ ອາເມລິກາ (ພາບ: AFP/TTXVN)

ໃນບົດລາຍງານທີ່ໄດ້ຍົກອອກມາໃນເດືອນກັນຍາ 2020, UNCTAD ຄາດຄະເນວ່າ ການເຕີບໂຕເສດຖະກິດທົ່ວໂລກບັນລຸໄດ້ລະດັບ 4,3%. ຕາມອົງການດັ່ງກ່າວແລ້ວ, ການປັບປຸງການຄາດຄະເນນີ້ ແມ່ນຍ້ອນຄວາມຕັ້ງຫວັງໃນການບໍລິໂພກຂອງ ອາເມລິກາ ຈະເພີ່ມຂຶ້ນຍ້ອນຄວາມຄືບໜ້າໃນການສັກວັກຊິນກັນພະຍາດໂຄວິດ - 19 ແລະ ບ້ວງເງິນກະຕຸ້ນເສດຖະກິດຂະໜາດໃຫຍ່.

        ໃນບົດລາຍງານສະບັບຫຼ້າສຸດ, UNCTAD ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ການຟື້ນຟູເສດຖະກິດທົ່ວໂລກ ເລີ່ມດຳເນີນແຕ່ໄຕມາດທີ III/2020 ແລະ ຄາດວ່າຈະສືບຕໍ່ຟື້ນຟູໃນທັງປີ 2021, ເຖິງວ່າຈະຍັງມີບັນດາການປ່ຽນແປງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ຍ້ອນຂາດສະຖຽນລະພາບກ່ຽວກັບໂລກລະບາດ, ນະໂຍບາຍ ແລະ ການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ